ທ່ານວິນ​ມີນ​,​ ນາງ​ອອງ​ຊານຊູ​ຈີ​ແລະ​ຄົນ​ອື່ນໆ​​ລວມ 16 ຄົນ​ຖືກ​ຄະ​ນະ​ກໍາມະ​ການການ​ເລືອກ​ຕັ້ງ ​ມຽນ​ມາ​ກ່າວ​ຟ້ອງຄະ​ດີ

CRI, November 17, 2021
Size:

ວັນທີ 15 ພະຈິກນີ້ ຄະນະກຳມະການເລືອກຕັ້ງສະຫະພາບມຽນມາທີ່ສ້າງຕັ້ງຂຶ້ນໃໝ່ໄດ້ ກ່າວຟ້ອງ 16 ຄົນທີ່ຖືກສົງໄສວ່າໂກງການເລືອກຕັ້ງທົ່ວໄປປີ 2020 ໃນຂໍ້ຫານຳໃຊ້ສິດອຳນາດ ທົ່ວທີບ, ໃນນັ້ນລວມທັງທ່ານວີນມິນ ອະດີດປະທານາທິບໍດີມຽນມາ, ທ່ານນາງອອງຊານຊູຈີ ອະດີດທີ່ປຶກສາແຫ່ງລັດ. ການລະເມີດຂໍ້ກຳນົດຂອງເຂົາເຈົ້າເປັນການທຳລາຍລະບຽບການເລືອກຕັ້ງ, ໄດ້ບັງຄັບເຈົ້າໜ້າທີ່ຂັ້ນຮາກຖານລົງລາຍເຊັນໃນໃບສັນຍາ, ຂຽນຊື່ຄົນທີ່ບໍ່ມີສິດເລືອກຕັ້ງເຂົ້າໃນລາຍຊື່ຜູ້ມີສິດເລືອກຕັ້ງ ແລະອື່ນໆ.

ໃນວັນທີ 26 ກໍລະກົດຜ່ານມາ ຄະນະກຳມະການການເລືອກຄັ້ງສະຫະພາບມຽນມາໄດ້ປະກາດແຈ້ງການໂດຍກ່າວວ່າ: ຜົນການກວດກາບັດເລືອກຕັ້ງໃນປີກາຍນີ້, ໄດ້ພົບເຫັນພິລຸດທີ່ບໍ່ຖືກຕ້ອງຕາມກົດໝາຍແລະບໍ່ທ່ຽງທຳຫຼາຍຢ່າງ, ສະນັ້ນຈິ່ງໄດ້ຍຸບຜົນການເລືອກຕັ້ງເທື່ອນີ້.

ເຈົ້າໜ້າທີ່ທະຫານມຽນມາໄດ້ເຮັດລັດຖະປະຫານຍຶດອຳນາດການປົກຄອງໃນວັນທີ1ກຸມພາປີນີ້ ແລະ ໄດ້ສ້າງຕັ້ງຄະນະກຳມະການເລືອກຕັ້ງສະຫະພາບມຽນມາຄືນໃໝ່.

ທ່ານວິນມີນ,ນາງອອງຊານຊູຈີແລະຄົນອື່ນໆລວມ16ຄົນຖືກຄະນະກຳມະການການເລືອກຕັ້ງ ມຽນມາກ່າວຟ້ອງຄະດີ_fororder_1592705597