ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ

CRI, November 16, 2021
Size:

  ຈີນ: ຍິນດີຮ່ວມກັບບັນດາປະເທດອາຊຽນສ້າງເຂດການຄ້າເສລີຈີນ-ອາຊຽນທີ່ມີລະດັບສູງກວ່າເກົ່າ_fororder_东盟

    ວັນທີ 14 ພະຈິກນີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທູຕານຸທູດປະເທດອາຊຽນປະຈຳຈີນ.

    ທ່ານຫວາງຢີ້ກ່າວວ່າ: ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງທີ່ມີເນື້ອທີ່ໃຫຍ່ທີ່ສຸດ ແລະເປັນຄູ່ຮ່ວມມືຍຸດທະສາດໄລຍະຍາວທີ່ໜ້າໄວ້ເນື້ອເຊື່ອໃຈທີ່ສຸດ, ຈີນເດັດດ່ຽວສະໜັບສະໜູນການສ້າງປະຊາຄົມອາຊຽນ ແລະບົດບາດແກນກາງຂອງອາຊຽນໃນຂອບການຮ່ວມມືພາກພື້ນຢ່າງສະເໝີຕົ້ນສະເໝີປາຍ. ອີກບໍ່ດົນ, ສອງຝ່າຍຈະຮ່ວມກັນຈັດກອງປະຊຸມສຸດຍອດເພື່ອສະເຫລີມສະຫລອງການສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ, ຈີນຍິນດີຮ່ວມກັບປະເທດອາຊຽນຖືເອົາກອງປະຊຸມຄັ້ງນີ້ເປັນໂອກາດ, ຮ່ວມກັນເອົາຊະນະສິ່ງທ້າທາຍຂອງການແຜ່ລະບາດຂອງພະຍາດໂຄວິດ-19, ຊຸກຍູ້ການຟື້ນຟູ ແລະການເຕີບໂຕດ້ານເສດຖະກິດ, ຮ່ວມກັນປົກປັກຮັກສາຄວາມສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ, ຮ່ວມກັນຈັດຕັ້ງປະຕິບັດຕາມລັດທິຫລາຍຝ່າຍ ແລະລັດທິພາກພື້ນທີ່ເປີດກວ້າງ, ເດີນຕາມເສັ້ນທາງໃໝ່ເພື່ອສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນໃຫ້ແໜ້ນແຟ້ນກວ່າເກົ່າ.

    ທ່ານຫວາງຢີ້ຊີ້ອອກວ່າ: ຈີນຈະສືບຕໍ່ໃຫ້ການຊ່ວຍເຫລືອດ້ານວັກຊີນແກ່ປະເທດອາຊຽນ ຈົນກວ່າອາຊຽນຈະສາມາດເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19ໄດ້ຢ່າງເຕັມສ່ວນ. ຈີນຍິນດິຮ່ວມກັບບັນດາປະເທດອາຊຽນດຳເນີນການສ້າງເຂດການຄ້າເສລີຈີນ-ອາຊຽນທີ່ມີລະດັບສູງກວ່າເກົ່າ, ເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນ ແລະຕາມທິດສີຂຽວ, ເພີ່ມພະລັງແຮງອັນເຂັ້ມແຂງເຂົ້າໃນການຟື້ນຟູ ແລະພັດທະນາເສດຖະກິດຂອງພາກພື້ນ.