ນາຍົກ​ໄທ​ກ່າວ​ວ່າ, ​ການເປີດ​ປະ​ເທດ​ຄືນ​ໃໝ່​ໄດ້​ຮັບ​ຜົນທີ່ໜ້າ​ພໍ​ໃຈ​ ຈະ​ເປີດ​​ແຫຼ່ງທ່ອງ​ທ່ຽວ​ໃຫ້​ຫຼາຍ​ຂຶ້ນ

CRI, November 16, 2021
Size:

ນາຍົກໄທກ່າວວ່າ, ການເປີດປະເທດຄືນໃໝ່ໄດ້ຮັບຜົນທີ່ໜ້າພໍໃຈ ຈະເປີດແຫຼ່ງທ່ອງທ່ຽວໃຫ້ຫຼາຍຂຶ້ນ_fororder_微信图片_20211115153156

    ວັນທີ 14 ພະຈິກນີ້, ໂຄສົກສຳນັກງານນາຍົກລັດຖະມົນຕີໄທກ່າວວ່າ, ພົນເອກປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທຮູ້ສຶກພໍໃຈກັບຜົນໄດ້ຮັບທີ່ປະເທດໄທເປີດປະເທດຄືນໃໝ່ເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ, ພາຍໃນເວລາ 2 ອາທິດ, ໄທໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດປະມານ 4 ໝື່ນຄົນ. ໃນຂະນະດຽວກັນ, ບໍລິສັດການບິນຂອງເອີລົບ ແລະ ປະເທດຕາເວັນອອກກາງຫວັງຈະເພີ່ມຈຳນວນຖ້ຽວບິນກັບປະເທດໄທຫຼາຍກວ່າເກົ່າ.

    ມາເຖິງປັດຈຸບັນ, ມີຜູ້ຮ້ອງຂໍເຂົ້າປະເທດເມືອງໄທໂດຍຜ່ານລະບົບອອນລາຍຂອງກະຊວງການຕ່າງປະເທດໄທແລ້ວຈຳນວນ 1,7 ແສນຄົນ, ໃນນັ້ນ ໄດ້ມີ 1 ແສນ 3 ໝື່ນກວ່າຄົນໄດ້ຮັບການອະນຸມັດແລ້ວ.

     ພົນເອກປຣະຢຸດ ຈັນໂອຊາໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງເລັ່ງ ປະຕິບັດງານຕໍ່ໃບອະນຸຍາດເຂົ້າປະເທດໄທ ແລະ ເພີ່ມການເປີດແຫຼ່ງທ່ອງທ່ຽວໃຫ້ກັບນັກທ່ອງທ່ຽວສາກົນຫຼາຍຂຶ້ນກວ່າເກົ່າໃນທ້າຍປີນີ້ ແລະ ຕົ້ນປີໜ້າ.