ບັນດາປະເທດສະມາຊິກລ້ວນແຕ່ຈະສາມາດໄດ້ຮັບຜົນປະໂຫຍດຈາກສັນຍາ RCEP ທີ່ຈະເລີ່ມມີຜົນບັງຄັບໃຊ້

CRI, November 15, 2021
Size:

ບັນດາປະເທດສະມາຊິກລ້ວນແຕ່ຈະສາມາດໄດ້ຮັບຜົນປະໂຫຍດຈາກສັນຍາ RCEP ທີ່ຈະເລີ່ມມີຜົນບັງຄັບໃຊ້cr_fororder_WechatIMG51

ຫວ່າງມໍ່ໆມານີ້, “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ”ຫຼື RCEP ທີ່ໄດ້ເຊັນກັນບໍ່ຮອດ 1 ປີນັ້ນໄດ້ເງື່ອນໄຂທີ່ມີຜົນບັງຄັບໃຊ້ແລ້ວ. ໃນສັນຍາໄດ້ລະບຸວ່າ: RCEP ຈະເລີ່ມມີຜົນບັງຄັບໃຊ້ກັບ 10 ປະເທດສະມາຊິກໃນວັນທີ 1 ມັງກອນປີ 2022. ເມື່ອສັນຍາສະບັບນີ້ ມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວຈະເຮັດໃຫ້ການເຊື່ອມໂຍງເສດຖະກິດເຂົ້າກັນຂອງອາຊີມີຄວາມກ້າວໜ້າຕື່ມອີກ.

ໃນຕົ້ນສະຕະວັດນີ້, ບັນດາປະເທດສະມາຊິກໃນສັນຍາ RCEP ໄດ້ສ້າງການພົວພັນການຄ້າເສລີລະຫວ່າງກັນກໍ່ບໍ່ແມ່ນໜ້ອຍ, ແຕ່ເມື່ອເບິ່ງພາບລວມແລ້ວ ການພົວພັນການຄ້າເສລີກໍ່ຍັງບໍ່ເຕັມເມັດເຕັມໜ່ວຍ ບໍ່ກວມເຖິງປະເທດສະມາຊິກທັງຫຼາຍ. ການປະຕິບັດສັນຍາ RCEP ໝາຍເຖິງການພົວພັນລະຫວ່າງ 15 ປະເທດຢູ່ໃນພາກພື້ນດັ່ງກ່າວຈະສາມາດເຊື່ອມຈອດກັນໄດ້ຢ່າງເຖິງຖອງ, ນີ້ກໍ່ແມ່ນຄຸນລັກສະນະຂອງ RCEP. ພາຍຫຼັງສັນຍາ RCEP ເລີ່ມມີຜົນບັງຄັບໃຊ້ແລ້ວ, ລະຫວ່າງຈີນ-ຍີ່ປຸ່ນ,ຍີ່ປຸ່ນ-ສ.ເກົາຫຼີ ລ້ວນແຕ່ຈະບັນລຸການພົວພັນການຄ້າເສລີເປັນຄັ້ງທຳອິດ.

ບັນດາປະເທດສະມາຊິກລ້ວນແຕ່ຈະສາມາດໄດ້ຮັບຜົນປະໂຫຍດຈາກສັນຍາ RCEP ທີ່ຈະເລີ່ມມີຜົນບັງຄັບໃຊ້cr_fororder_WechatIMG52

ໃນຊຸມປີຜ່ານມາ, ອັດຕາການປະກອບສ່ວນຂອງເສດຖະກິດອາຊີທີ່ມີຕໍ່ການເຕີບໂຕຂອງເສດຖະກິດໂລກໄດ້ບັນລຸຫຼາຍກວ່າ 60%, ຄຽງຄູ່ກັບການພັດທະນາເສດຖະກິດ, ຄວາມຕ້ອງການໃນການຍົກລະດັບການຄ້າເສລີ ແລະ ການເພີ່ມທະວີການຕິດຕໍ່ພົວພັນທາງດ້ານເສດຖະກິດຢູ່ໃນພາກພື້ນກໍ່ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ສະນັ້ນ, ຄວາມຕ້ອງການໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນກໍ່ໄດ້ມີຄວາມພົ້ນເດັ່ນຂຶ້ນ. ໃນອະນາຄົດ, ຄຽງຄູ່ກັບເສດຖະກິດອາຊີກວມອັດຕາສ່ວນຂອງເສດຖະກິດໂລກໄດ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຄວາມຕ້ອງການທີ່ໃຫ້ເສດຖະກິດເຊື່ອມໂຍງເຂົ້າກັນກໍ່ຍັງຈະນັບມື້ນັບເພີ່ມຫຼາຍຂຶ້ນ.

ກ່ອນການເຈລະຈາກ່ຽວກັບສັນຍາ RCEP, ອາເມຣິກາກໍ່ເຄີຍໄດ້ມີເຈດຕະນາເປັນແກນນຳໃນການພັດທະນາເສດຖະກິດຢູ່ອາຊີ, ຫຼັງຈາກວິກິດການການເງິນປີ 2008 ແລ້ວ, ອາເມຣິກາໄດ້ເຂົ້າຮ່ວມການເຈລະຈາກ່ຽວກັບສັນຍາການພົວພັນຄູ່ຮ່ວມຂ້າມປາຊີຟິກ ຫຼື TPP, ນີ້ໄດ້ເຜີຍແບກົນອຸບາຍຂອງອາເມຣິກາທີ່ມີເຈດຕະນາຢາກເປັນແກນນຳທາງດ້ານເສດຖະກິດຂອງອາຊີ. ແຕ່ການເຈລະຈາທີ່ອາເມຣິກາເປັນແກນກາງນັ້ນ ສ່ວນຫຼາຍໄດ້ເນັ້ນໜັກໃນທັດສະນະທີ່ວ່າອາເມຣິກາຕ້ອງມາກ່ອນ, ເຊິ່ງບໍ່ສອດຄ່ອງກັບຜົນປະໂຫຍດຂອງປະເທດພວມພັດທະນາ, ເພາະວ່າ, ຜູ້ທີ່ສາມາດເປັນແກນນຳໃນການເຊື່ອມໂຍງອາຊີເຂົ້າກັນ ແລະ ເຮັດໃຫ້ປະເທດອາຊີໄດ້ຮັບຜົນປະໂຫຍດນັ້ນ ມີແຕ່ປະເທດອາຊີເທົ່ານັ້ນ. ເນື່ອງຈາກການຄັດຄ້ານຈາກບັນດາປະເທດອາຊີ, ອາເມຣິກາໄດ້ຖອນອອກຈາກການເຈລະຈາກ່ຽວກັບສັນຍາ TPP ໃນທີ່ສຸດ, ແລ້ວຕໍ່ມາຈຶ່ງເກີດມີ RCEP ທີ່ 10 ປະເທດອາຊຽນເປັນຜູ້ລິເລີ່ມສ້າງຂຶ້ນ.

ບັນດາປະເທດສະມາຊິກລ້ວນແຕ່ຈະສາມາດໄດ້ຮັບຜົນປະໂຫຍດຈາກສັນຍາ RCEP ທີ່ຈະເລີ່ມມີຜົນບັງຄັບໃຊ້cr_fororder_WechatIMG53

ພາຍຫຼັງສັນຍາ RCEP ທີ່ເປັນສັນຍາການຄ້າເສລີຂອງພາກພື້ນເລີ່ມມີຜົນບັງຄັບໃຊ້ແລ້ວ, ການປ່ຽນແປງທີ່ສຳຄັນທີ່ສຸດອັນໜຶ່ງກໍ່ແມ່ນການອະນຸມັດໃຫ້ສິນຄ້າລະຫວ່າງປະເທດສະມາຊິກປອດພາສີຫຼາຍກວ່າ 90%. ເມື່ອຮອດປີ 2035, ສະຫວັດດີການທີ່ໄດ້ຈາກເສດຖະກິດຂອງພາກພື້ນຈະເພີ່ມຂຶ້ນລວມທັງໝົດເຖິງ 162,8 ຕື້ໂດລາສະຫະລັດ. ສັນຍາການຫຼຸດແລະຍົກເວັ້ນພາສີທີ່ສາມາດເຮັດໃຫ້ 15 ປະເທດບັນລຸຄວາມເປັນເອກະພາບກັນນັ້ນ ສຳຄັນກວ່າໝູ່ກໍ່ເປັນຍ້ອນວ່າອາຊີໄດ້ພິຈາລະນາແລະວາງແຜນດ້ວຍຕົນເອງ ແລະໄດ້ສ້າງກາລະໂອກາດໃຫ້ຕົນເອງ.

ບັນດາປະເທດສະມາຊິກລ້ວນແຕ່ຈະສາມາດໄດ້ຮັບຜົນປະໂຫຍດຈາກສັນຍາ RCEP ທີ່ຈະເລີ່ມມີຜົນບັງຄັບໃຊ້cr_fororder_WechatIMG54

ໃນສັນຍາ RCEP ໄດ້ມີບາງຕອນທີ່ມີກຳນົດເປັນພິເສດກ່ຽວກັບເນື້ອໃນການຮ່ວມມືດ້ານເຕັກນິກເສດຖະກິດ ແລະ ວິສາຫະກິດຂະໜາດກາງແລະນ້ອຍ. ເມື່ອປຽບທຽບກັບສັນຍາການຄ້າເສລີອື່ນໆແລ້ວ, ໄດ້ສ່ອງແສງໃຫ້ເຫັນວ່າ RCEP ໄດ້ເອົາໃຈໃສ່ວິສາຫະກິດຂະໜາດກາງແລະນ້ອຍ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ການເຕີບໂຕທີ່ມີລັກສະນະກວມລວມ. ຈຸດປະສົງຂອງການຮ່ວມມືກໍ່ເພື່ອບັນລຸເປົ້າໝາຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ, ສ້າງຜົນປະໂຫຍດໃຫ້ກັນຫຼາຍກວ່າເກົ່າ. ຫາກບໍ່ແມ່ນເຈົ້າໄດ້ຫຼາຍ, ຂ້ອຍໄດ້ໜ້ອຍ. ໂດຍຜະເຊີນໜ້າກັບຄວາມບໍ່ແນ່ນອນຂອງໂລກ, ສັນຍາ RCEP ໄດ້ສ້າງຄວາມອາດເປັນໄປໄດ້ທີ່ແນ່ນອນ. ໂດຍຜະເຊີນໜ້າກັບການປ່ຽນແປງ, ແຕ່ລະປະເທດບໍ່ວ່າໃຫຍ່ຫຼືນ້ອຍ, ແຕ່ລະຄົນບໍ່ວ່າມີຄວາມສາມາດເກັ່ງຫຼືບໍ່ເກັ່ງ, ກໍ່ລ້ວນແຕ່ກາຍເປັນຜູ້ໄດ້ຮັບຜົນປະໂຫຍດ.