ສປປລາວໄດ້ມີໂຮງໝໍລັດທີ່ໃຫຍ່ແລະທັນສະໄໝທີ່ສຸດ

CRI, November 15, 2021
Size:

ໂຮງໝໍມະໂຫສົດທີ່ໄດ້ຮັບການຊວ່ຍເຫຼືອກໍ່ສ້າງຈາກສປຈີນໄລຍະທີໜຶ່ງໄດ້ສ້າງສໍາເລັດແລະໃນວັນທີ11 ພະຈິກ 2021, ໄດ້ມີພິທີມອບ-ຮັບຢ່າງເປັນທາງການ,ໂດຍການເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.

ໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງລັດຖະບານຈີນທີ່ໄດ້ໃຫ້ການສະໜັບສະໜູນ, ຊຸກຍູ້ແລະຊ່ວຍເຫຼືອຂະແໜງການສາທາລະນະສຸກໂດຍສະເພາະໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ນີ້ ເຊິ່ງເປັນການປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບແລະການຮ່ວມມືຮອບດ້ານກໍຄືຄູ່ຮ່ວມຊາຕາກໍາລາວ-ຈີນໃຫ້ນັບມື້ນັບແໜ້ນແຟ້ນກວ່າເກົ່າ. ທັງນີ້, ທ່ານ ບຸນແຝງ ພູມມະໄລສິດ ຍັງໄດ້ຮຽກຮ້ອງບັນດາພາກສ່ວນທີ່ກ່ຽວຂ້ອງຈົ່ງພ້ອມກັນປະກອບສ່ວນເຮັດໃຫ້ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ແລ້ວຕາມກໍານົດເວລາ.

ໂຄງການດັ່ງກ່າວຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ,ສະເພາະໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີໜຶ່ງປະກອບມີຕຶກອາຄານ 8 ຊັ້ນແລະ 4 ຊັ້ນ, ໃນເນື້ອທີ່ທັງໝົດ 5 ເຮັກຕາກ່ວາ, ສ່ວນເນື້ອທີ່ກໍ່ສ້າງກວມເອົາ 3 ເຮັກຕາກ່ວາ, ພາຍໃນຕຶກອາຄານ8ຊັ້ນ, ປະກອບມີຫ້ອງຮັບ-ຈ່າຍຢາ, ຫ້ອງອາຫານ,ຫ້ອງປະຊຸມ, ຮ້ານສະດວກຊື້ແລະອື່ນໆ. ສະເພາະຊັ້ນທີ 2 ຫາຊັ້ນທີ 8 ແມ່ນຫ້ອງສໍາລັບຮອງຮັບປິ່ນປົວຄົນເຈັບ, ຊັ້ນທີ 8 ແມ່ນຫ້ອງປິ່ນປົວພິເສດ(ວີໄອພີ). ພິເສດຊັ້ນດາດຟ້າຂອງ ອາຄານຕຶກ 4 ຊັ້ນຍັງໄດ້ສ້າງເປັນບ່ອນຈອດຍົນເອລີຄອບແຕທີ່ມາສົ່ງຄົນເຈັບສຸກເສີນໄດ້ຕື່ມອີກ. ນີ້ແມ່ນໂຄງການຊ່ວຍເຫຼືອລ້າດ້ານສາທາລະນະສຸກທີ່ໃຫຍ່ທີ່ສຸຸດຂອງສປຈີນທີ່ມີຕໍ່ຕ່າງປະເທດ. ພາຍຫຼັງມອບ-ຮັບໂຄງການໄລຍະທີ່ໜຶ່ງແລ້ວກໍຈະສືບຕໍ່ກໍ່ສ້າງໄລຍະທີສອງທີ່ປະກອບມີຕຶກອາຄານ 5 ຊັ້ນແລະ 4 ຊັ້ນ, ເຊິ່ງຄາດວ່າຈະໃຫ້ສໍາເລັດໃນທ້າຍປີ 2022 ເພື່ອມອບເປັນຂອງຂັວນໃຫ້ແກ່ຝ່າຍລາວ.

ພາຍຫຼັງກໍ່ສ້າງຕຶກອາຄານສໍາເລັດຢ່າງສົມບຸນແລ້ວ, ຝ່າຍຈີນຍັງຈະປະກອບອຸປະກອນດ້ານການແພດທີ່ທັນສະໄໝ ຄົບຊຸດແລະຈັດຝຶກອົບຮົມທາງດ້ານວິຊາການໃຫ້ແກ່ແພດລາວເປັນໄລຍະ3ປີເຊິ່ງຈະເປັນສິ່ງທີ່ຄໍ້າປະກັນວ່າ, ໂຮງໝໍແຫ່ງນີ້ຈະກາຍເປັນໂຮງໝໍລັດທີ່ໃຫຍ່ທີ່ສຸດ, ທັນສະໄໝທີ່ສຸດແລະປະຢັດພະລັງງານທີ່ສຸດຂອງສປປລາວ, ທັງຈະກາຍເປັນສູນກາງແຫ່ງການຮຽນ, ການສອນທາງດ້ານການແພດແລະການປິ່ນປົວທີ່ດີທີ່ສຸດ, ເພື່ອຍົກສູງຄຸນນະພາບບຸກຄາລາກອນການແພດລາວໃຫ້ສູງຂຶ້ນກວ່າເກົ່າ ກໍຄືຮັບປະກັນດ້ານການປິ່ນປົວໃຫ້ແກ່ປະຊາຊົນໄດ້ມີສຸຂະພາບພາລານະໄມທີ່ແຂງແຮງສົມບູນ.