ການປົກປັກຮັກສາລະບົບນິເວດພູຂຽວນ້ຳໃສຢູ່ຕອນເທິງຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ນັບມື້ນັບມີປະສິດທິຜົນພົ້ນເດັ່ນ

lmcchina.org, November 14, 2021
Size:

ແມ່ນ້ຳຈ່າສູ ແລະ ແມ່ນ້ຳອັງສູ ເປັນແຫຼ່ງນ້ຳສຳຄັນສອງສາຍຂອງຕອນເທິງຂອງແມ່ນ້ຳລ້ານຊ້າງ ແລະ ໄຫຼປ່ອງກັນຢູ່ເມືອງຊ່າງຕູ່ ເຂດປົກຄອງຕົນເອງຕິເບດ ເຊິ່ງນັບແຕ່ຈຸດຄົບກັນນີ້ລົງໄປ ເອີ້ນວ່າແມ່ນໍ້າລ້ານຊ້າງແມ່ນ້ຳລ້ານຊ້າງ. ເລີ່ມຈາກຈຸດຄົບກັນຂອງແມ່ນໍ້າສອງສາຍນີ້ ລົງໄປຕາມແມ່ນໍ້າລ້ານຊ້າງ ແລະ ຕາມເສັ້ນທາງຫຼວງລະດັບຊາດ G214 ຈາກເມືອງຊີ່ນິງ ແຂວງຊິ່ງໄຫໄປຫາເມືອງຊຽງຮຸ່ງ ແຂວງຢູນນານ ຈະໄປເຖິງຍ່ານເສັ້ນທາງຫຼວງທີ່ຢູ່ລຽບຕາມຝັ່ງຂວາຂອງແມ່ນ້ຳລ້ານຊ້າງ. ສອງຝັ່ງແມ່ນ້ຳຢູ່ທີ່ນີ້ ຍັງເປັນໜ້າຜາ ແລະ ພູສູງຊັນ. ເຖິງແມ່ນວ່າລະດັບຄວາມສູງກວ່າລະດັບໜ້ານ້ຳທະເລສະເລ່ຍຢູ່ເຂດດັ່ງກ່າວສູງເຖິງ 3000 ແມັດຂຶ້ນໄປ, ແຕ່ສິ່ງແວດລ້ອມ ແລະ ລະບົບນິເວດຢູ່ລຽບຕາມເສັ້ນທາງຫຼວງດັ່ງກ່າວ ຍັງໄດ້ຮັບການປົກປັກຮັກສາໄດ້ເປັນຢ່າງດີ.

ທ່ານ ໂກ່ຈ້ຽນ, ເລຂາພັກຕາແສງຂາກົ້ງ, ເມືອງໄຊ້ຢາ, ນະຄອນຊ່າງຕູ່ ໄດ້ກ່າວວ່າ: “ນັບແຕ່ປີ 2015 ເປັນຕົ້ນມາ ພວກເຮົາກໍໄດ້ຖືສໍາຄັນລະດັບສູງໃນການປະສານສົມທົບລະຫວ່າງວຽກງານການແກ້ໄຂຄວາມທຸກຍາກ ໄປຄວບຄູ່ກັບ ການປົກປັກຮັກສາສິ່ງແວດລ້ອມລະບົບນິເວດແລ້ວ.” ທ່ານຍັງໄດ້ກ່າວວ່າ ກ່ອນອື່ນໝົດນັ້ນ, ອຳນາດການປົກຄອງທ້ອງຖິ່ນ ໄດ້ອອກແຮງປູກຕົ້ນໄມ້ ແລະ ສ້າງປ່າໂດຍໄດ້ຈັດຕັ້ງໝູ່ປະຊາຊົນໄປປູກຕົ້ນໄມ້ສ້າງປ່າຢ່າງຕໍ່ເນື່ອງໃນທຸກໆປີ; ສອງ, ໄດ້ຈັດຕັ້ງແລະລະດົມປະຊາຊົນປົກປັກຮັກສາ, ໂຄສະນາເຜີຍແຜ່ ແລະ ຮັກສາຄວາມສະອາດດ້ານສິ່ງແວດລ້ອມ; ສາມ, ໄດ້ຊຸກຍູ້ໃຫ້ປະຊາຊົນມີຄວາມລຶ້ງເຄີຍໃນການດຳລົງຊີວິດທີ່ດີ ແລະ ປະຕິເສດການນໍາໃຊ້ປຣາສະຕິກ. ຜ່ານຄວາມພະຍາຍາມຢ່າງຕໍ່ເນື່ອງໃນຫຼາຍປີທີ່ຜ່ານມາ, ໄດ້ເຮັດໃຫ້ພູເຮື້ອໃນແຕ່ກ່ອນກາຍເປັນພູຂຽວ, ເຮັດໃຫ້ນ້ຳຂຸ່ນໃນເມື່ອກ່ອນນັບມື້ນັບໃສສະອາດຂຶ້ນ, ປະຊາຊົນທີ່ອາໄສຢູ່ເຂດແຄວ້ນທີ່ຂຶ້ນບັນຊີເປັນເຂດທຸກຍາກ ກໍນັບມື້ນັບຮັ່ງມີຂຶ້ນ.

“ພູຂຽວນໍາມາເຊິ່ງຄວາມຫວັງຂອງການເພີ່ມລາຍຮັບ, ນໍ້າໃສໄຫຼໄປສູ່ເສັ້ນທາງສ້າງຄວາມຮັ່ງມີ.” ປະຊາຊົນທ້ອງຖິ່ນດັ່ງກ່າວໄດ້ສະແດງວ່າ ປັດຈຸບັນ, ພູເຂົາຢູ່ເມືອງຊ່າງຕູ່ຂຽວຂຶ້ນກວ່າເກົ່າ, ນ້ຳກໍໃສສະອາດກວ່າເກົ່າ, ຊັບສົມບັດຂອງພວກເຮົາກໍນັບມື້ຫຼາຍຂຶ້ນ, ຊີວິດເຕັມໄປດ້ວຍຄວາມຫວັງ ແລະ ພວກເຮົາກໍມີຮອຍຍິ້ມທີ່ແຈ່ມໃສກວ່າເກົ່າ.

ນໍ້າໃນແມ່ນ້ຳລ້ານຊ້າງໃສສະອາດ, ປະເທດ LM ກໍຈະຈະເລີນຂຶ້ນໄປຕາມ. ໃນປັດຈຸບັນນີ້, ຕອນເທິງຂອງແມ່ນ້ຳລ້ານຊ້າງ (ແມ່ນ້ຳຂອງ) ໄດ້ຖືສຳຄັນເປັນຢ່າງສູງຕໍ່ການປົກປັກຮັກສາສິ່ງແວດລ້ອມ ແລະ ລະບົບນິເວດ, ໂດຍຄຽງຄູ່ກັບການເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງຂອງຕົ້ນໄມ້ໃບຫຍ້າໃນທ້ອງຖິ່ນດັ່ງກ່າວ, ນໍ້າຂຸ່ນໃນແມ່ນ້ຳລ້ານຊ້າງ ໃນແຕ່ກ່ອນກໍນັບມື້ນັບໃສຂຶ້ນ. ໂດຍຄຽງຄູ່ກັບການປົກປັກຮັກສາແມ່ນ້ຳລ້ານຊ້າງ ແລະ ການນຳໃຊ້ຊັບພະຍາກອນນ້ຳຢ່າງຖືກຕ້ອງ ແລະ ມີປະສິດທິຜົນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດກໍຈະຂະຫຍາຍຕົວກ້າວໜ້າໄປພ້ອມກັນ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດລ້ອງແມ່ນ້ຳດັ່ງກ່າວກໍຈະນັບມື້ນັບຮັ່ງມີຂຶ້ນ.