ກາເຟລາວທີ່ດີເດັ່ນຈະເຂົ້າສູ່ຕະຫຼາດຈີນ ໂດຍຖືເອົານະຄອນກວາງໂຈ່ວເປັນບ່ອນເລີ່ມຕົ້ນ

lmcchina.org, November 14, 2021
Size:

ວັນທີ 5 ພະຈິກນີ້, ຢູ່ທີ່ສູນເຄື່ອງດື່ມກາເຟຈິນຕາ ນະຄອນກວາງໂຈ່ວ ໄດ້ຈັດມີງານສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດ ຈີນ-ລາວຄົບຮອບ 60 ປີ ແລະ ການເປີດນໍາໃຊ້ທາງລົດໄຟ ຈີນ-ລາວ ກໍຄື ງານແລກປ່ຽນດ້ານວັດທະນະທຳກາເຟລາວ. ງານດັ່ງກ່າວເປັນໂອກາດເປີດຕົວຢ່າງເປັນທາງການວ່າ ກາເຟລາວທີ່ດີເດັ່ນໄດ້ເຂົ້າສູ່ຕະຫຼາດຈີນໂດຍຖືເອົາກວາງໂຈ່ວເປັນບ່ອນເລີ່ມຕົ້ນ.

ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ ໄດ້ມອບໝາຍໃຫ້ຜູ້ຕາງໜ້າ ກ່າວຄຳປາໄສໃນງານດັ່ງກ່າວໂດຍມີເນື້ອໃນບາງຕອນວ່າ:  ໃນປັດຈຸບັນ ປະເທດຈີນກາຍເປັນປະເທດທີ່ລົງທຶນຢູ່ລາວຫຼາຍທີ່ສຸດ ແລະ ເປັນຄູ່ຄ້າໃຫຍ່ອັນດັບສອງຂອງປະເທດລາວ, ເຊິ່ງການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍໄດ້ມີໝາກຜົນອັນອຸດົມສົມບູນຫຼາຍ. ການຈັດງານແລກປ່ຽນເພື່ອໂຄສະນາວັດທະນະທຳກາເຟຂອງລາວຢູ່ນະຄອນກວາງໂຈ່ວທີ່ສວຍງາມນັ້ນ ຈະຊ່ວຍຊຸກຍູ້ໃຫ້ເພື່ອນມິດກວາງໂຈ່ວ ແລະ ເພື່ອນມິດຈີນອື່ນໆ ໄດ້ຮູ້ຈັກກັບວັດທະນະທຳກາເຟຂອງລາວຫຼາຍຂຶ້ນກວ່າເກົ່າ.

ທ່ານ ນາງ ວັນເພັງ ສາຍຊົມພູ, ກົງສຸນໃຫຍ່ສະຖານກົງສຸນ ສປປ ລາວ ປະຈໍາ ກວາງໂຈ່ວ ໄດ້ກ່າວວ່າ ກິດຈະກໍາດັ່ງກ່າວນີ້ ໄດ້ກາຍເປັນຂີດໝາຍທີ່ກາເຟເມັດ ແລະ ກາເຟພິເສດຂອງລາວໄດ້ເລີ່ມກ້າວເຂົ້າສູ່ຕະຫຼາດຈີນຢ່າງແທ້ຈິງ. ໂດຍຜ່ານການແລກປ່ຽນ ແລະ ຖອດຖອນບົດຮຽນດ້ານເຕັກນິກຄັ້ງນີ້, ສາມາດຍົກສູງເຕັກນິກ ແລະ ມູນຄ່າໃນການຜະລິດກາເຟລາວແບບທັນສະໄໝ, ເຮັດໃຫ້ຄຸນະພາບຂອງຜະລິດຕະພັນບັນລຸໄດ້ມາດຕະຖານສາກົນ ແລະ ຊຸກຍູ້ການສ້າງຍີ່ຫໍ້ຂອງກາເຟລາວ ເພື່ອຊ່ວຍໃຫ້ກາເຟລາວກ້າວເຂົ້າສູ່ຕະຫຼາດຈີນ ແລະ ຕະຫຼາດສາກົນໄດ້ດີກວ່າເກົ່າ.

ພະນັກງານທີ່ກ່ຽວຂ້ອງຈາກກົມການຄ້າ ນະຄອນກວາງໂຈ່ວ ໄດ້ກ່າວວ່າ ເນື່ອງໃນໂອກາດທີ່ກວາງໂຈ່ວນຳໜ້າໃນການສ້າງຕົວເມືອງໃຈກາງດ້ານອຸປະໂພກບໍລິໂພກລະດັບສາກົນ, ກວາງໂຈ່ວກຳລັງສຸມໃສ່ເສີມຂະຫຍາຍທ່າແຮງຕ່າງໆ, ເຊັ່ນ: ໄດ້ມີຕ່ອງໂສ້ອຸດສາຫະກຳທີ່ຄົບຖ້ວນ ແລະ ມີຕະຫຼາດຂາຍສົ່ງສະເພາະຈຳນວນຫຼວງຫຼາຍ ເປັນຕົ້ນ, ໄດ້ສະໜັບສະໜູນການຈັດກິດຈະກໍາແລກປ່ຽນດ້ານເສດຖະກິດ-ການຄ້າທີ່ມີຈຸດພິເສດຫຼາກຫຼາຍຮູບແບບ ແລະ ນຳເຂົ້າສິນຄ້າທີ່ມີຊື່ສຽງ, ມີເອກະລັກສະເພາະຕົວ ແລະ ມີຄຸນະພາບດີຈາກພາຍໃນ ແລະຕ່າງປະເທດມາສູ່ນະຄອນກວາງໂຈ່ວແລ້ວແຈກຢາຍໄປສູ່ທົ່ວປະເທດ ເພື່ອຍົກສູງຄວາມສາມາດໃນການແຂ່ງຂັນດ້ານອຸປະໂພກບໍລິໂພກຂອງກວາງໂຈ່ວ. ພ້ອມກັນນີ້, ຍັງຈະສື່ບຕໍ່ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືຢ່າງແໜ້ນແຟ້ນໃນຫຼາຍດ້ານ ເພື່ອເພີ່ມພະລັງໃຫ້ແກ່ສະພາອຸດສາຫະກຳ, ສະມາຄົມວິຊາຊີບ ແລະ ວິສາຫະກິດທີ່ກ່ຽວຂ້ອງ ພ້ອມທັງຊຸກຍູ້ການພັດທະນາທາງດ້ານການປະດິດສ້າງໃໝ່ທີ່ມີຮູບແບບໃໝ່, ການບໍລິໂພກແບບໃໝ່ ແລະ ສະພາບການດຳເນີນທຸລະກິດແບບໃໝ່.