ທ່ານ​ສີ​ຈີ້ນ​ຜິງ ສົ່ງ​ສານອວຍ​ພອນ​ໄປ​ຍັງ​ເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​​ວັນ​ຊາດກຳ​ປູ​ເຈຍ​ຄົບ​ຮອບ 68 ປີ

CRI, November 11, 2021
Size:

ວັນທີ 9 ພະຈິກນີ້, ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງ ເຈົ້າຊີວິດ ໂນໂຣດົມ ສີຫາມຸນີ ແຫ່ງ ກຳປູເຈຍ ເນື່ອງໃນໂອກາດວັນຊາດກຳປູເຈຍ ຄົບຮອບ 68 ປີ.

ທ່ານສີຈີ້ນຜິງກ່າວວ່າ, ປັດຈຸບັນ, ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ກຳປູເຈຍໄດ້ປະສົບຜົນສຳເລັດເປັນກ້າວໆ, ເສດຖະກິດສັງຄົມແລະຊີວິດການເປັນຢູ່ຄ່ອຍໆໄດ້ຮັບການຟື້ນຟູຢ່າງເປັນປົກກະຕິ. ເຊື່ອວ່າ, ປະຊາຊົນກຳປູເຈຍ ຈະສາມາດເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງແນ່ນອນ, ແລະໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາປະເທດຊາດ. ຂ້າພະເຈົ້າໃຫ້ຄວາມສຳຄັນສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນກັບກຳປູເຈຍ, ຍິນດີສຸມຄວາມພະຍາຍາມຮ່ວມກັບເຈົ້າຊີວິດໂນໂຣດົມ ສີຫາມຸນີ, ສົ່ງເສີມມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດ, ຕັ້ງໜ້າສ້າງປະຊາຄົມຮ່ວມຊາຕາກຳຈີນ-ກຳປູເຈຍ, ສ້າງຄວາມສຸກໃຫ້ແກ່ສອງປະເທດແລະປະຊາຊົນສອງຊາດ.