ວັກ​ຊີນໂຄວິດ-19 ຂອງ​ຈີນ​ມຽນ​ມາ​ຈັດ​ຊື້ທັງ​ໝົດ​ໄດ້​​ຂົນ​ສົ່ງ​ໄປ​ຮອດ​ມຽນ​ມາ​ແລະ​ຈັດ​ພິ​ທີ​ມອບ-​ຮັບ​ແລ້ວ

CRI, November 11, 2021
Size:

ຕາມຂ່າວCRI: ໃນຕອນຄ່ຳຂອງວັນທີ 7 ພະຈິກນີ້ຕາມເວລາທ້ອງຖິ່ນ, ວັກຊີນໂຄວິດ-19 ຂອງບໍລິສັດຊີໂນຟາມຈີນ (SINOPHARM) ຈຳນວນ  4  ລ້ານຫຼອດງວດໃໝ່ທີ່ຖືກຈັດຊື້ໂດຍລັດຖະບານມຽນມາຈັດຊື້ໄດ້ຂົນສົ່ງໄປຮອດສະໜາມບິນສາກົນຢາງກຸ້ງປະເທດມຽນມາແລ້ວ. ນັບມາຮອດປັດຈຸບັນນີ້, ວັກຊີນໂຄວິດ-19 ຈຳນວນ 24 ລ້ານຫຼອດທີ່ມຽນມາຈັດຊື້ຈາກກຸ່ມບໍລິສັດຊີໂນຟາມຂອງຈີນໄດ້ແບ່ງອອກເປັນ 6 ງວດແລະທັງໝົດໄດ້ຂົນສົ່ງໄປຮອດມຽນມາແລະຈັດພິທີມອບ-ຮັບແລ້ວ.

ນັບແຕ່ມຽນມາເກີດມີການແຜ່ລະບາດຂອງພະຍາດໂຄວິດ-19ຮອບທີ 3 ເປັນຕົ້ນມາ, ຈີນໄດ້ຕັ້ງໜ້າຊ່ວຍເຫຼືອການເຊື່ອມປະສານງານກັບວິສາຫະກິດຜະລິດວັກຊີນຂອງຈີນເພື່ອສະໜອງວັກຊີນໂຄວິດ-19 ໃຫ້ແກ່ມຽນມາ, ໄດ້ປະກອບສ່ວນຢ່າງແຂງແຮງເຂົ້າໃນການຕໍ່ຕ້ານສະພາບພະຍາດຢູ່ມຽນມາ.