ຈີນ​ແລະ​ລາວ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ຮັບ​ປະ​ກັນ​ການ​ປ້ອງ​ກັນ​ພະ​ຍາດ​ຂອງ​ພົນ​ລະ​ເມືອງ​ຈີນ​ທີ່ອາ​ໄສ​ຢູ່​ປະ​ເທດ​ລາວ

CRI, November 10, 2021
Size:

ວັນທີ 4 ພະຈິກນີ້, ທ່ານຈ່ຽງຈ້າຍຕຸ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວໄດ້ໂທລະສັບລົມກັບທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະສຸກ ແຫ່ງ ສປປ ລາວ ໂດຍໄດ້ແລກປ່ຽນຄວາມເຫັນກ່ຽວກັບເພີ່ມທະວີການຮ່ວມກັນປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຮັບປະກັນການປ້ອງກັນພະຍາດຂອງພົນລະເມືອງຈີນທີ່ອາໄສຢູ່ປະເທດລາວ.

ທ່ານຈ່ຽງຈ້າຍຕຸ່ງກ່າວວ່າ: ຈີນ ແລະ ລາວເປັນຄູ່ຮ່ວມຊາຕາກຳທີ່ຊ່ວຍຊູຍູ້ໜູນກັນ, ຈີນຈະສືບຕໍ່ສະໜັບສະໜູນລາວໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19. ພວກເຮົາຈະພະຍາຍາມຈະມອບວັກຊິນໂຄວິດ-19 ອີກ 2,5 ລ້ານຫຼອດໃຫ້ແກ່ຝ່າຍລາວ ພາຍໃນເດືອນນີ້ ແລະ ໃຫ້ການຊ່ວຍເຫຼືອວັດຖຸອຸປະກອນອື່ນໆໃຫ້ແກ່ຝ່າຍລາວອີກ. ການຮ່ວມກັນປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດເປັນວຽກງານສຳຄັນທີ່ສຸດໃນການຮ່ວມກັນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ລະຫວ່າງສອງປະເທດລາວແລະຈີນ. ຈີນຫວັງວ່າ: ລາວຈະເພີ່ມທະວີການຄຸ້ມຄອງຊາຍແດນຕື່ມອີກ ແລະ ຕັດຊ່ອງທາງແຜ່ລະບາດແບບຂ້າມຊາຍແດນຂອງພະຍາດໂຄວິດ-19 ຢ່າງເດັດຂາດ.

ທ່ານບຸນແຝງ ພູມມະໄລສິດໄດ້ສະແດງຄວາມຂອບໃຈອີກຄັ້ງໜຶ່ງຕໍ່ການຊ່ວຍເຫຼືອຂອງຈີນ ແລະ ກ່າວວ່າ: ຝ່າຍລາວຈະຄຸ້ມຄອງແລະນຳໃຊ້ວັກຊິນໂຄວິດ-19 ຢ່າງເຂັ້ມງວດ ເພື່ອໃຫ້ການຊ່ວຍເຫຼືອຈາກຝ່າຍຈີນໄດ້ເສີມຂະຫຍາຍບົດບາດໄດ້ດີທີ່ສຸດ. ຝ່າຍລາວກໍເອົາໃຈໃສ່ສູງຕໍ່ການຮ່ວມມືຮ່ວມກັນປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຄືກັນ, ຈະໃຊ້ມາດຕະການຕື່ມອີກ ເພື່ອສະກັດກັ້ນການແຜ່ລະບາດຂ້າມຊາຍແດນຂອງພະຍາດໂຄວິດ-19 ຢ່າງແທ້ຈິງ.