ກວາງ​ຊີ​ຈະ​ເລັ່ງ​ລັດ​ການ​ສ້າ​ງ​ສູນ​ຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນ ເພື່ອ​ສ້າງ “ເສັ້ນ​ທາງ​ສາຍ​ໃໝ​ດີ​ຈີ​ຕອນ”

CRI, November 10, 2021
Size:

ວັນທີ 3 ພະຈິກນີ້, ທ່ານໂຈ່ວເຟີຍ ຫົວໜ້າສູນຂໍ້ມູນຂ່າວສານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນກ່າວວ່າ: ເຂດກວາງຊີພວມຮ່າງແຜນພັດທະນາ “ເສັ້ນທາງສາຍໃໝ່ດີຈີຕອນ” ທີ່ອວ່າຍໜ້າໄປສູ່ອາຊຽນແຕ່ປີ 2021 ຫາປີ 2025 ເຊິ່ງຈະຊ່ວຍກວາງຊີສ້າງເປັນສູນການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືທີ່ມີລະດັບສູງກວ່າເກົ່າ.

ທ່ານໂຈ່ວເຟີຍກ່າວຕື່ມວ່າ: ປັດຈຸບັນີ້, 46 ໂຄງການໃນແຜນພັດທະນາສູນຂໍ້ມູນຂ່າວສານໄດ້ລົງມືກໍ່ສ້າງ 24 ໂຄງການແລ້ວ ແລະ ສ້າງສຳເລັດ 16 ໂຄງການ. ໃນໄລຍະຕໍ່ໄປ, ເຂດກວາງຊີຈະສືບຕໍ່ຊຸກຍູ້ການຮ່ວມມືກັບອາຊຽນໃນຂົງເຂດກໍ່ສ້າງຕົວເມືອງອັດສະລິຍະ, ຊຸກຍູ້ໃຫ້ວິສາຫະກິດຫົວຈັກຫຼັກແຫຼ່ງ ແລະ ມະຫາວິທະຍາໄລໃນດ້ານເສດຖະກິດດີຈີຕອນຂອງກວາງຊີແລກປ່ຽນແລະຮ່ວມມືກັບປະເທດອາຊຽນ, ເພີ່ມທະວີການດຶງດູດການລົງທຶນໃນດ້ານເສດຖະກິດດີຈີຕອນ ແລະ ຊຸກຍູ້ການເຊື່ອມໂຍງເຊື່ອມຈອດໃນດ້ານດີຈີຕອນ.