ສະ​ຖາ​ນີ​ລົດ​ໄຟ​ວັງວຽງ​ທາງ​ລົດ​ໄຟ​ຈີນ-ລາວ​ ຕົກ​ແຕ່ງ​ຮຽບ​ຮ້ອຍ​ແລ້ວ

CRI, November 9, 2021
Size:

ວັນທີ 4 ພະຈິກນີ້, ສະຖານີລົດໄຟວັງວຽງທາງລົດໄຟຈີນ-ລາວໄດ້ສຳເລັດການຕົກແຕ່ງທັງພາຍໃນ ແລະພາຍນອກຮຽບຮ້ອຍແລ້ວ.

ສະຖານີລົດໄຟວັງວຽງຕັ້ງຢູ່ເມືອງວັງວຽງປະເທດລາວ, ເນື້ອທີ່ກໍ່ສ້າງມີລວມທັງໝົດປະມານ 5000 ຕາແມັດ, ສາມາດຮອງຮັບໄດ້ 600 ຄົນຫຼາຍທີ່ສຸດ.

ປັດຈຸບັນ, ສະຖານີລົດໄຟວັງວຽງໄດ້ເລີ່ມກວດຮັບແລ້ວ ແລະພວມກະກຽມວຽກງານການທົດລອງແບບປະສານກັນຕາມພາຍຫຼັງ, ຄາດວ່າຈະເປີດການບໍລິການໃນເດືອນທັນວາປີນີ້.