ເປີດຕົວສະຖານີ 5 ແຫ່ງພາກເໜືອຂອງເສັ້ນທາງລົດໄຟລາວ-ຈີນ

CRI, November 9, 2021
Size:

 

    ວັນທີ 5 ພະຈິກນີ້, ສະຖານີລົດໄຟລາວ-ຈີນຄືສະຖານີບໍ່ເຕັນໄດ້ຕິດປ້າຍປະກາດຜົນສຳເລັດຢ່າງເປັນທາງການຮຽບຮ້ອຍແລ້ວ, ນັບວ່າເປັນຂີດໝາຍຄວາມສຳເລັດການເປີດສະຖານີທັງ 5 ແຫ່ງຢູ່ພາກເໜືອລາວຂອງເສັ້ນທາງລົດໄຟລາວ-ຈີນ ກໍ່ຄືສະຖານີບໍ່ເຕັນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ ແລະສະຖານີເມືອງງາ ເຊິ່ງໄດ້ວາງພື້ນຖານອັນແໜ້ນແກ່ນໃຫ້ແກ່ການເປີດເສັ້ນທາງລົດໄຟລາວ-ຈີນຢ່າງທັນການແລະມີຄຸນນະພາບສູງ.

       ໃນດ້ານຂອງການອອກແບບອາຄານສະຖານີທັງ 5 ແຫ່ງ ແມ່ນໄດ້ປະສົມປະສານລັກສະນະວັດທະນະທຳຂອງສອງປະເທດລາວ-ຈີນຢ່າງສົມບູນແບບ. ອາຄານສະຖານີບໍ່ເຕັນແມ່ນໄດ້ປະສົມປະສານກ່ຽວກັບການກວດກາຊາຍແດນດ່ານພາສີ ກັບໜ້າທີ່ຂອງສະຖານີລວມເຂົ້າກັນ ເພື່ອສ້າງສະຖານີລົດໄຟທີ່ເປັນນະວັດຕະກຳໃໝ່ຂອງດ່ານສາກົນ ແລະອື່ນໆ, ສະຖານີບໍ່ເຕັນຍັງເປັນການປະສົມປະສານລະຫວ່າງຮູບແບບສະຖາປັດຕະຍະກຳແບບດັ້ງເດີມຂອງລາວ ແລະລາຍລະອຽດຂອງສະຖາປັດຕະຍະກຳໄມ້ຮູບແບບຈີນ ເພື່ອສະທ້ອນເຖິງມິດຕະພາບລະຫວ່າງລາວ-ຈີນ, ຫຼັງຄາສາມຊັ້ນແຍກຕຳແໜ່ງທາງເຂົ້າທີ່ແຕກຕ່າງກັນຢ່າງຈະແຈ້ງ ແລະຍັງສະທ້ອນເຖິງພູມສັນຖານທ້ອງຖີ່ນອີກດ້ວຍ. ສ່ວນອີກ 4 ສະຖານີກໍໄດ້ຮັບການອອກແບບໂດຍແນວຄິດການອອກແບບຕາມຄຳຂັວນປະຈຳທ້ອງຖິ່ນຄື “ການຄ້າຂາຍຂົນສົ່ງວ່ອງໄວປະທັບໃຈມວນຊົນນາເຕີຍ” “ຄວາມສະຫງົບສຸກສົດໃສເມືອງນາໝໍ້ງາມສະຫງ່າ”   “ທຳມະຊາດອຸດົມສົມບຸນເມືອງໄຊປ່າດົງພົງໄພສົດໃສເຢັນດີ”  “ຊື່ຕົງອ່ອນໂຍນເມືອງງາສວຍງາມ” ສຳລັບແນວຄິດການອອກແບບນັ້ນເປັນການປະສົມປະສານຮູບແບບສະຖາປັດຕະຍະກຳຂອງທີ່ພັກອາໃສຂອງຈີນ-ລາວ ສ້າງພາບລັກທີ່ສວຍງາມເຂົ້າກັບຄວາມຮົ່ມເຢັນຂອງອາຄານສະຖານີ.