“ການເດີນທາງໄກ LM ປະຈໍາ ປີ 2021” ໄດ້ສໍາເລັດລົງຢ່າງຈົບງາມ

lmcchina.org, November 8, 2021
Size:

ວັນທີ 26 ຕຸລາ 2021 ນີ້, ຄະນະສໍາພາດທີ່ປະກອບດ້ວຍນັກຂ່າວທັງພາຍໃນ ແລະ ຕ່າງປະເທດ ຈາກກິດຈະກໍາ ການເດີນທາງໄກ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ປະຈໍາ ປີ 2021 ພາຍໃຕ້ຄໍາຂວັນ ດື່ມນໍ້າແມ່ນ້ຳສາຍດຽວກັນ, ສົນທະນາມິດຕະພາບ LM ຮ່ວມກັນ ໄດ້ໄປຮອດກໍາແພງນະຄອນສົງຊິ້ງ ແລະ ສໍາເລັດກິດຈະກໍາການສໍາພາດທີ່ໃຊ້ເວລາຍາວເຖິງ 15 ມື້ ແລະ ມີໄລຍະການເດີນທາງປະມານ 4000 ກິໂລແມັດ.

ວັນທີ 12 ຕຸລາ, ກິດຈະກໍາການເດີນທາງໄກ LM ປີ 2021 ໄດ້ເລີ່ມຈັດຂຶ້ນຢູ່ນະຄອນຊີໜິງ ແຂວງຊິ່ງໄຫ ໂດຍມີບັນດາສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ເຊັ່ນ: ໜັງສືພິມປະຊາຊົນລາຍວັນ, ສໍານັກຂ່າວສານຊິງຮວາ, ສະຖານີວິທະຍຸກະຈາຍສຽງ-ໂທລະພາບສູນກາງຈີນ, ສໍານັກຂ່າວສານຈີນ, ໜັງສືພິມລາຍວັນຂະເໝນກໍາປູເຈຍ, ໜັງສືພິມປະຊາຊົນຫວຽດນາມ, ສໍານັກຂ່າວສານຫວຽດນາມ, ເວັບໄຊ ນົກຈັກກະພາກຄໍາ ມຽນມາ, ເອີລົບທາມ ປະເທດຝຣັ່ງ, ໜັງສືພິມຈີນຕ່າງດ້າວອາເມລິກາໃຕ້ ປະເທດເບຼຊິນ ເປັນຕົ້ນ, ເຊິ່ງຄະນະນັກຂ່າວດັ່ງກ່າວໄດ້ຮ່ວມເດີນທາງພ້ອມກັນດໍາເນີນການສໍາພາດທີ່ພູພຽງຊິ່ງໄຫ-ຕິເບດ ເຊິ່ງເປັນພູພຽງທີ່ມີແມ່ນໍ້າລ້ານຊ້າງ ແລະ ແມ່ນໍ້າຂອງໄຫຼຜ່ານ.

ນັກຂ່າວທັງພາຍໃນ ແລະ ຕ່າງປະເທດ ໄດ້ສໍາເລັດການຊອກຄົ້ນແຫຼ່ງກໍາເນີດຂອງແມ່ນໍ້າລ້ານຊ້າງຢູ່ຕາແສງຈາຊິງ ເມືອງຈາຕວາ ກິ່ງແຂວງຢູ້ຊູ້ ແລະ ໄດ້ຈັດກິດຈະກໍາຖ່າຍທອດສົດຂະໜາດໃຫຍ່ທັງທົ່ວສື່ມວນຊົນເປັນຄັ້ງທໍາອິດຢ່າງສໍາເລັດຜົນ ໂດຍມີຫົວຂໍ້ “ການຊອກຫາແຫຼ່ງກໍາເນີດຂອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ເຊິ່ງມີຜູ້ຮັບຊົມຜ່ານທາງອອນລາຍຫຼາຍທີ່ສຸດ 2 ລ້ານກວ່າເທື່ອຄັ້ງ. ໂດຍເດີນທາງຕາມຍອດແມ່ນໍ້າລ້ານຊ້າງ, ຄະນະນັກຂ່າວໄດ້ດໍາເນີນການສໍາພາດຢູ່ສະຖານທີ່ຫຼາຍແຫ່ງ ເຊັ່ນ: ຢູ້ຊູ້ ແຂວງຊິ່ງໄຫ, ສວນສາທາລະນະຊານຈ່ຽງຢວນ, ສວນດິນຊຸ່ມລະດັບຊາດນະຄອນຊາງຕູ່ ເຂດປົກຄອງຕົນເອງຕິເບດ, ເຂດສະຫງວນທໍາມະຊາດລະດັບຊາດ ແລະ ສະຖານທີ່ອື່ນໆ ເຊິ່ງໄດ້ກາຍເປັນສັກຂີພິຍານຂອງມາດຕະການການອະນຸລັກຮັກສາຍອດນໍ້າຢ່າງເປັນມິດກັບທໍາມະຊາດ, ສໍາຜັດກັບການສືບທອດການອະນຸລັກຮັກສາຄວາມຫຼາກຫຼາຍຂອງຊີວະນານາພັນ, ພ້ອມທັງໄດ້ສະແດງຄວາມຮູ້ສຶກອັນເລິກເຊິ່ງຕໍ່ການພັດທະນາ ແລະ ຄວາມກ້າວໜ້າຂອງເມືອງຢູ້ຊູ້ ໃນການຟື້ນຟູ ແລະກໍ່ສ້າງຄືນໃໝ່ ພາຍຫຼັງປະສົບເຄາະຮ້າຍຈາກໄພແຜ່ນດິນໄຫວທີ່ເກີດຂຶ້ນໃນປີ 2010, ແລະໄດ້ໃຫ້ຄໍາປຶກສາ ແລະ ສະເໜີຄໍາຄິດຄໍາເຫັນໃຫ້ແກ່ການປົກປັກຮັກສາເຂດຍອດນໍ້າ LM.

ທ່ານ ຊົງຈ່ຽງເທົາ (Song Jiangtao), ຮອງຫົວໜ້າອົງການໂຄສະນາອົບຮົມຂອງຄະນະກໍາມະການພັກກອມມູນິດຈີນແຂວງຊິ່ງໄຫ ກ່າວວ່າ, ກິດຈະກໍາດັ່ງກ່າວນີ້ ໄດ້ກາຍເປັນເວທີແລກປ່ຽນທາງດ້ານວັດທະນະທໍາມະນຸດຢູ່ລ້ອງແມ່ນໍ້າ LM ເຊິ່ງໃນໄລຍະເຄິ່ງເດືອນທີ່ຜ່ານໄປນີ້, ສື່ມວນຊົນຈີນ ແລະ ຕ່າງປະເທດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຄືຄວາມຮູ້ສຶກບໍ່ສະບາຍເມື່ອໄປຮອດເຂດພູພຽງ, ແລ້ວໄປຮອດສະຖານທີ່ຕ່າງໆຕາມລໍາແມ່ນໍ້າລ້ານຊ້າງ, ໄດ້ບັນທຶກ ແລະ ເຜີຍແຜ່ເລື່ອງລາວຕ່າງໆທີ່ເລົ່າລືກັນມາຕາມລ້ອງ LM, ໄດ້ສໍາຜັດກັບວັດທະນະທໍາ ແລະ ຮີດຄອງປະເພນີຂອງ LM ດ້ວຍແງ່ມຸມອັນພິເສດຂອງຕົນ, ສົ່ງເສີມ ແລະ ລົງເລິກການແລກປ່ຽນລະຫວ່າງສື່ມວນຊົນຢູ່ປະເທດຕ່າງໆ, ເສີມຂະຫຍາຍບົດບາດອັນສໍາຄັນໃນການເສີມສ້າງມິດຕະພາບ LM. ທ່ານຫວັງວ່າ ໃນອະນາຄົດ ຈະມີການລາຍງານຂ່າວທີ່ເລິກເຊິ່ງກ່ຽວກັບເຂດລຽບຕາມລໍາ LM ປາກົດອອກມາໃຫ້ຫຼາຍຂຶ້ນ.