ເອກອັກຄະລັດຖະທູດລາວ: ປະເທດຈີນໃໝ່ໄດ້ຟື້ນຟູຖານະທີ່ຖືກຕ້ອງຕາມກົດໝາຍໃນສະຫະປະຊາຊາດ ປະເທດລາວໄດ້ປ່ອນບັດທີ່ຖືກຕ້ອງ

lmcchina.org, November 8, 2021
Size:

ປີນີ້ ແມ່ນປີທີ່ປະເທດຈີນໃໝ່ (ສປ ຈີນ) ໄດ້ຟື້ນຟູຖານະທີ່ຖືກຕ້ອງຕາມກົດໝາຍໃນສະຫະປະຊາຊາດ ຄົບຮອບ 50 ປີ. ໃນ 50 ປີ ກ່ອນ, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຜ່ານ ຍັດຕິ ເລກທີ 2758 ໂດຍໄດ້ປະກາດຟື້ນຟູສິດທິທັງໝົດຂອງ ສປ ຈີນ ຢູ່ສະຫະປະຊາຊາດ. ທ່ານຜູ້ແທນຂອງສໍານັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາ ເຊີແນວ ສະຫະປະຊາຊາດ ໄດ້ມີຄໍາເຫັນໃນເວລາໃຫ້ສໍາພາດຕໍ່ນັກຂ່າວ ສະຖານີວິທະຍຸກະຈາຍສຽງ-ໂທລະພາບສູນກາງຈີນ ວ່າ ປະເທດລາວໄດ້ເຫັນຜົນສໍາເລັດອັນພົ້ນເດັ່ນຂອງ ສປ ຈີນ ໃນຫຼາຍດ້ານໃນ 50 ປີທີ່ຜ່ານມາ, ບໍ່ວ່າຈະແມ່ນດ້ານການເມືອງ ເສດຖະກິດ ແລະ ວັດທະນະທໍາສັງຄົມ, ປະເທດຈີນຍັງໄດ້ມີບົດບາດສໍາຄັນໃນການເສີມຂະຫຍາຍການຮ່ວມມືໃນການພັດທະນາໃນພາກພື້ນ ກໍຄື ສາກົນ ອັນນີ້ກໍສະແດງໃຫ້ເຫັນວ່າ ປະເທດລາວໄດ້ປ່ອນບັດສະໜັບສະໜູນ ຍັດຕິ ເລກທີ 2758 ແມ່ນຖືກຕ້ອງທີ່ສຸດ.

ທ່ານຜູ້ແທນ ໄດ້ກ່່າວວ່າ, ໃນໄລຍະ 50 ປີ ຜ່ານມາ ນັບແຕ່ ສປ ຈີນ ໄດ້ຟື້ນຟູຖານະທີ່ຖືກຕ້ອງຕາມກົດໝາຍໃນສະຫະປະຊາຊາດ, ປະເທດຈີນ ບໍ່ພຽງແຕ່ໄດ້ພັດທະນາເສດຖະກິດ-ສັງຄົມຂອງຕົນ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທົ່ານັ້ນ, ຫາກຍັງໄດ້ໃຫ້ຄຳໝັ້ນສັນຍາ ແລະ ປະກອບສ່ວນຄວາມພະຍາຍາມ ແລະ ຊັບພະຍາກອນຫຼາຍທີ່ສຸດໃຫ້ແກ່ການສ້າງຄວາມຜາສຸກໃຫ້ແກ່ມວນມະນຸດທັງຫຼາຍ ຜ່ານຂໍ້ລິເລີ່ມທີ່ກ່ຽວຂ້ອງກັບການຮ່ວມມື ແລະ ການພັດທະນາຕ່າງໆ.

ທ່ານຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຄວາມຂອບອົກຂອບໃຈ ຕໍ່ລັດຖະບານຈີນທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງທັນເວລາໃຫ້ແກ່ປະເທດລາວ ໃນໄລຍະການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານສະaແດງວ່າ, ປະເທດຈີນໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 4,3 ລ້ານໂດສ ໃຫ້ແກ່ປະເທດລາວ ເຊິ່ງພາຍໃຕ້ການຊ່ວຍເຫຼືອຂອງປະເທດຈີນ ກໍຄືປະຊາຄົມສາກົນ ປະເທດລາວໄດ້ມີປະຊາກອນຈໍານວນ 44% ໄດ້ຮັບການສັກຢາວັກຊີນກັນພະຍາດຢ່າງຄົບຖ້ວນແລ້ວ.