ປະກາດຜົນການປະ​ກວດເພງ “ລົດໄຟລາວ-ຈີນ” ​ຮອບ​ຄັດ​ເລືອກ 30 ເພງທຳອິດ

CRI, November 8, 2021
Size:

ວັນທີ 5 ພະຈິກນີ້, ທາງຄະນະກຳມະການຈັດງານປະກວດເພງ “ລົດໄຟລາວ-ຈີນ” ໄດ້ປະກາດຜົນໃນຮອບຄັດເລືອກ 30 ເພງທຳອິດ.

ໃນຮອບຖັດໄປຈະມີການຄັດເລືອກ10-15ເພງເພື່ອເຂົ້າຮອບສຸດທ້າຍໂດຍຈະມີຄະນະກຳມະການຕັດສິນທີ່ມາຈາກຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວເປັນຜູ້ຕັດສິນ ເພງທີ່ໄດ້ຮັບລາງວັນທີ 1, ທີ2 ແລະ ທີ3 ຕາມລຳດັບໃນຮອບສຸດທ້າຍ. ຫຼັງຈາກຜ່ານການຕັດສິນ ແລະ ໄດ້ລາຍຊື່ຜູ້ຊະນະແລ້ວ ຈະມີການປະກາດລົງໃນ Facebook ອີກຄັ້ງໜຶ່ງ. 

ນັບແຕ່ມື້ນີ້ເປັນຕົ້ນໄປ, 30 ເພງທຳອິດນີ້ໄດ້ເລີ່ມອອກອາກາດທາງວິທະຍຸ CRI FM93 MHz, APP ທາງມືຖື laos grip ແລະ ເວັບໄຊ laos.cri.cn, ເຊີນທ່ານຕິດຕາມຮັບຟັງໄດ້.