ໂຄງ​ການ​ລົດ​ໄຟ​ໃນ​ເມືອງ​ສາຍ​ທຳ​ອິດ​ຂອງ​ຫວຽດ​ນາມ​ທີ່​ວິ​ສາ​ຫະ​ກິດ​ຈີນ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ

CRI, November 8, 2021
Size:

      ວັນທີ 6 ພະຈິກນີ້, ພິທີມອບຮັບໂຄງການລົດໄຟໃນເມືອງສາຍທຳອິດຂອງຫວຽດນາມທີ່ວິສາຫະກິດຈີນເປັນຜູ້ຮັບເໝົາກໍ່ສ້າງໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂໜ້ຍປະເທດຫວຽດນາມ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າໂຄງການດັ່ງກ່າວໄດ້ເປີດນຳໃຊ້ຢ່າງເປັນທາງການ.

      ລົດໄຟກັດລິນ-ຮາດົງຂອງນະຄອນຫຼວງຮ່າໂໜ້ຍທີ່ກຸ່ມບໍລິສັດໂຄງການລົດໄຟຈີນສາຂາທີ 6 ຈຳກັດເປັນຜູ້ຮັບເໝົາກໍ່ສ້າງນັ້ນມີຄວາມຍາວປະມານ 13 ກິໂລແມັດ, ໄດ້ຈັດໃຫ້ມີສະຖານີລົດໄຟ 12 ແຫ່ງ, ເລີ່ມລົງມືກໍ່ສ້າງໃນເດືອນຕຸລາປີ 2011 ຢ່າງເປັນທາງການ. ໂຄງການດັ່ງກ່າວມີຄວາມໝາຍສຳຄັນຕໍ່ການປັບປຸງສະມັດຕະພາບຕາໜ່າງຫົນທາງໃນນະຄອນຫຼວງຮ່າໂໜ້ຍໃຫ້ດີຂຶ້ນ,ໄດ້ຜ່ອນຄາຍຄວາມກົດດັນດ້ານຄົມມະນາຄົມແລະຊຸກຍູ້ການພັດທະນາເສດຖະກິດພາກພື້ນ.

      ການສ້າງສຳເລັດແລະເປີດນຳໃຊ້ໂຄງການດັ່ງກ່າວແມ່ນໝາກຜົນແຫ່ງການຮ່ວມກັນກ້າວໄປສູ່ຕ່າງປະເທດຂອງວິສາຫະກິດຈີນເພື່ອຕອບສະໜອງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງໂດຍໄດ້ປະສົມປະສານເຕັກນິກຈີນ,ມາດຕະຖານຈີນ,ອຸປະກອນຈີນແລະບົດຮຽນສຳເລັດຜົນຂອງຈີນ, ຈະເສີມຂະຫຍາຍບົດບາດທີ່ສຳຄັນໃນການຊຸກຍູ້ການເຊື່ອມຕໍ່ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບແຜນຍຸດທະສາດ “ສອງແລວທາງໜຶ່ງວົງ”ຂອງຫວຽດນາມຢ່າງມີປະສິດທິຜົນແລະໃຫ້ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.