ໄທປາບ​ປາມ​ການ​ຈຳ​ໜ່າຍ“​ກາ​ເຟ​ຢາ​ເສບ​ຕິດ”ຜ່ານ​ທາງ​ອິນ​ເຕີ​ເນັດ​ຢ່າງ​ເຂັ້ມ​ງວດ

CRI, November 5, 2021
Size:

   ວັນທີ 2 ພະຈິກນີ້, ເລຂາທິການຄະນະກຳທະການປ້ອງກັນ ແລະປາບປາມຢາເສບຕິດໄທກ່າວວ່າ: ໃນໄລຍະມໍ່ໆມານີ້,ມີຜູ້ລະເມີດກົດໝາຍໄດ້ຈຳໜ່າຍຢາເສບຕິດຜ່ານສື່ສັງຄົມອອນລາຍ, ໂດຍໄດ້ປະສົມຢາເສບຕິດເຂົ້າໃນຖົງກາເຟສໍາເລັດຮູບແລ້ວຈຳໜ່າຍໃນລາຄາຖົງລະ 3000 ພັນບາດ. ຜ່ານການສືບສວນ, “ຜົງກາເຟ”ໃນຖົງນັ້ນແມ່ນຖືກປະສົມດ້ວຍຢາເສບຕິດຫລາຍປະເພດ.

   ຕົ້ນປີນີ້, ໄທກໍໄດ້ເກີດກໍລະນີທີ່ມີຜູ້ລະເມີດກົດໝາຍຈຳໜ່າຍ“ນົມຜົງຢາເສບຕິດ”ຜ່ານທາງສື່ສັງຄົມອອນລາຍ, ທີ່ຈິງແລ້ວ, ໃນນົມຜົງກໍມີຢາເສບຕິດປະສົມຢູ່ເຊັ່ນກັນ, ຢູ່ນະຄອນຫລວງບາງກອກ ແລະເຂດອ້ອມຂ້າງ, ມີຫລາຍຄົນກິນແລ້ວເສຍຊີວິດ.

   ປັດຈຸບັນ, ຄະນະກຳມະການປ້ອງກັນ ແລະປາບປາມຢາເສບຕິດໄທໄດ້ລົງໂທດຜູ້ລະເມີດກົດໝາຍຕາມກົດໝາຍແລ້ວ. ພ້ອມກັນນັ້ນ, ຍັງໄດ້ຮ່ວມກັບກະຊວງດີຈີຕອນເພື່ອເສດຖະກິດ ແລະສັງຄົມໄທນຳໃຊ້ມາດຕະການເພື່ອສະກັດກັ້ນການຈຳໜ່າຍຢາເສບຕິດຜ່ານທາງອິນເຕີເນັດ.