6 ປະເທດອາຊຽນໄດ້ສຳເລັດການຮັບຮອງ RCEP ແລ້ວ

CRI, November 5, 2021
Size:

ວັນທີ 1 ພະຈິກນີ້,ທ່ານຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າໄທກ່າວວ່່າ: ໄທ ສິງກະໂປ ບຼູໄນ ລາວ ກຳປູເຈຍ ຫວຽດນາມ, ລວມທັງໝົດ 6 ປະເທດ ໄດ້ຍື່ນໜັງສືຮັບຮອງ “ສັນຍາການ ພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ”ຫຼື RCEP ໃນວັນທີ 28 ຕຸລາຜ່ານມານີ້.

ອີງຕາມຂໍ້ກຳນົດ, ໃນປະເທດທີ່ໄດ້ລົງລາຍເຊັນໃນສັນຍາດັ່ງກ່າວແລ້ວ, ໃນ 10 ປະເທດອາຊຽນຢ່າງໜ້ອຍມີ 6 ປະເທດ, ແລະໃນ 5 ປະເທດທີ່ບໍ່ແມ່ນອາຊຽນ ຢ່າງໜ້ອຍມີ 3 ປະເທດໄດ້ຜ່ານການຮັບຮອງແລ້ວ, ສັນຍາດັ່ງກ່າວຈະມີຜົນບັງຄັບ ໃຊ້ຢ່າງເປັນທາງການໃນທັນທີ. ຄາດວ່າສັນຍາດັ່ງກ່າວຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນປີ 2022 ຕາມເວລາກຳນົດ. 

ການເຈລະຈາRCEPແມ່ນ 10 ປະເທດອາຊຽນເປັນຜູ້ລິເລີ່ມຂຶ້ນໃນປີ 2012, ໂດຍ ໄດ້ເຊື້ອເຊີນອົສຕຣາລີ ຈີນ ອິນເດຍ ຍີ່ປຸ່ນ ສ.ເກົາຫຼີ ນີວຊີແລນເຊິ່ງເປັນ 6 ປະເທດຄູ່ເຈລະຈາເຂົ້າຮ່ວມ. ກອງປະຊຸມຜູ້ນຳRCEPຄັ້ງທີ 3 ໄດ້ໄຂຂຶ້ນຢູ່ ນະຄອນຫຼວງບາງກອກປະເທດໄທໃນເດືອນພະຈິກປີ 2019, ທັງໄດ້ອອກ ຖະແຫຼງການຮ່ວມ, ໂດຍໄດ້ປະກາດວ່າ: 15 ປະເທດຍົກເວັ້ນປະເທດອິນເດຍໄດ້ ສິ້ນສຸດການເຈລະຈາໃນເອກະສານທັງໝົດພ້ອມດ້ວຍການເຈລະຈາກ່ຽວກັບການອະນຸຍາດໃຫ້ເຂົ້າເຖິງຕະຫຼາດທັງໝົດແລ້ວ. ເດືອນພະຈິກປີ 2020, 15 ປະເທດ ສະມາຊິກ RCEP ໄດ້ເຊັນສັນຍາດັ່ງກ່າວຢ່າງເປັນທາງການ.