ທາງລົດໄຟຈີນ-ລາວປະສົບຜົນສຳເລັດໃນການສົ່ງກະແສໄຟຟ້າຕະຫຼອດທາງ

CRI, November 3, 2021
Size:

ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງຈຳກັດໄດ້ບອກໃຫ້ນັກຂ່າວຮູ້ໃນວັນທີ 1 ພະຈິກນີ້ວ່າ, ສະຖານີໄຟຟ້າແບບຂັບເຄື່ອນ 3 ແຫ່ງຕາມທາງລົດໄຟຈີນ-ລາວ ຕອນການຫຼານປ້າຮອດບໍ່ຫານໄດ້ປະສົບຜົນສຳເລັດໃນການສົ່ງກະແສໄຟຟ້າເຂົ້າຕາຂ່າຍໃນຄັ້ງດຽວ, ແລະໃນມື້ດຽວກັນນີ້ກໍ່ໄດ້ສຳເລັດການທົດລອງແລ່ນລົດຢ່າງສຳເລັດຜົນ, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ,ສາຍສົ່ງໄຟຟ້າຕະຫຼອດທາງ ຕາຂ່າຍໄຟຟ້າພ້ອມດ້ວຍອຸປະກອນທີ່ກ່ຽວຂ້ອງຂອງທາງລົດໄຟຈີນ-ລາວໄດ້ ກໍ່ສ້າງສຳເລັດແລະກວດຮັບແລ້ວ, ເຊິ່ງໄດ້ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການກວດກາເຕັກນິກເຄື່ອນທີ່ໃນຂັ້ນຕໍ່ໄປ.

ພາຍຫຼັງທາງລົດໄຟຈີນລາວສ້າງສຳເລັດແລະເປີດບໍລິການແລ້ວ, ຈະສິ້ນສຸດປະຫວັດສາດຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານທີ່ບໍ່ມີທາງລົດໄຟແລ່ນຜ່ານ. ແຕ່ນະຄອນຄຸນໝິງຮອດເມືອງຊຽງຮຸ່ງກິ່ງແຂວງປົກຄອງ ຕົນເອງເຜົ່າລື້ສິບສອງພັ່ນນາໃຊ້ເວລາປະມານ 3 ຊົ່ວໂມງກໍເຖິງແລ້ວແລະ ສາມາດສືບຕໍ່ເດີນທາງໄປ ຮອດນະຄອນຫຼວງວຽງຈັນຂອງລາວໄດ້ໃນມື້ດຽວກັນ.