ການ​ຮ່ວມ​ມືມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຈະ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາແລະ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ຂອງ​ອາ​ຊີ

CRI, November 3, 2021
Size:

ປີນີ້ແມ່ນປີທີ່ຈີນ-ອາຊຽນໄດ້ສ້າງຕັ້ງສາຍພົວພັນຄູ່ເຈລະຈາຄົບຮອບ 30 ປີ. ໃນໄລຍະ 30 ປີຜ່ານມາ, ສອງຝ່າຍໄດ້ຕັ້ງໜ້າຕິດຕາມກະແສຂອງຍຸກສະໄໝແລະໄດ້ຮ່ວມກັນຊຸກຍູ້ການພັດທະນາແລະຄວາມກ້າວໜ້າ, ຮ່ວມກັນສ້າງ “ຄວາມອັດສະຈັນໃຫ້ກັບອາຊີຕາເວັນອອກ”,  ໄດ້ຮັກສາຄວາມໝັ້ນຄົງໂດຍລວມໃຫ້ກັບພາກພື້ນແລະເຮັດໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ. ໂດຍຜະເຊີນໜ້າກັບສິ່ງທ້າທາຍຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຈີນແລະອາຊຽນໄດ້ຊ່ວຍເຫຼືອແລະໃຫ້ການສະໜັບສະໜູນເຊິ່ງກັນແລະກັນ, ການພົວພັນລະຫວ່າງສອງຝ່າຍໄດ້ມີຄວາມໝັ້ນຄົງກວ່າເກົ່າ.

ການພົວພັນລະຫວ່າງຈີນກັບອາຊຽນມີຕົ້ນກຳເນີດຢ່າງເລິກເຊິ່ງມາຈາກປະຫວັດສາດແລະວັດທະນະທຳ, ສິ່ງສຳຄັນທີ່ສຸດຂອງການພົວພັນລະຫວ່າງສອງຝ່າຍກໍຄື: ການພົວພັນດັ່ງກ່າວໄດ້ນຳໃຊ້ທ່າແຮງດ້ານການປະສານງານແລະມິດຕະພາບແບບຄອບຄົວໃຫຍ່ຂອງພາກພື້ນພາກຕາເວັນອອກໃຫ້ສົມບູນທີ່ສຸດ, ທັງມີກຳລັງບົ່ມຊ້ອນໃນການພັດທະນາຢ່າງໃຫຍ່ຫຼວງ.

ໃນໄລຍະ 30 ປີຜ່ານມາ, ຈີນແລະອາຊຽນໄດ້ດຳເນີນການຮ່ວມມືແບບຫຼາຍຝ່າຍໄດ້ຢ່າງຈົບງາມ, ໄດ້ສ້າງຜົນປະໂຫຍດທີ່ແທ້ຈິງໃຫ້ກັບປະເທດຈີນແລະປະເທດອາຊຽນ. ໃນ 30 ປີຜ່ານມາ, ການຄ້າລະຫວ່າງສອງຝ່າຍໄດ້ເພີ່ມຂຶ້ນ 85 ເທົ່າ, ມູນຄ່າການລົງທຶນລະຫວ່າງສອງຝ່າຍໄດ້ບັນລຸຫຼາຍກວ່າ 310 ຕື້ໂດລາສະຫະລັດ; ໃນ 3 ໄຕມາດຂອງປີນີ້, ມູນຄ່າການຄ້າລະຫວ່າງສອງຝ່າຍໄດ້ບັນລຸເຖິງ 630,54 ຕື້ໂດລາສະຫະລັດ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາໄດ້ເພີ່ມຂຶ້ນ 31,1%. ປີກາຍນີ້, ຈີນແລະອາຊຽນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນແລະກັນເປັນຄັ້ງທຳອິດ, ສອງຝ່າຍໄດ້ເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫຼື RCEP; ທັງໄດ້ສ້າງຄວາມອັດສະຈັນໃນການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງຈີນກັບອາຊຽນໃຫ້ເພີ່ມຂຶ້ນພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19.

ອີງຕາມຍຸດທະສາດການພັດທະນາພາກພື້ນອາຊຽນ, ອາຊຽນຈະຊຸກຍູ້ໃຫ້ອົງກອນ, ອົງການຈັດຕັ້ງແລະບຸກຄະລາກອນຂອງພາກພື້ນຕົນເຊື່ອມໂຍງເຂົ້າກັນໂດຍຜ່ານການປະຕິບັດ “ແຜນແມ່ບົດກ່ຽວກັບການເຊື່ອມໂຍງເຊື່ອມຈອດກັນຂອງອາຊຽນປີ 2025”, ເພື່ອບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນທີ່ມີລະດັບການເຊື່ອງໂຍງເຊື່ອມຈອດກັນສູງກວ່າເກົ່າ. ອີກດ້ານໜຶ່ງ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນໄດ້ສະແຫວງການພົວພັນແລະການຮ່ວມມືກັບພາກພື້ນທີ່ມີອາລິຍະທຳຕ່າງກັນ. ຈາກນີ້ເຫັນໄດ້ວ່າ: ອາຊຽນແລະຈີນມີກຳລັງບົ່ມຊ້ອນທາງດ້ານຍຸດທະສາດການພັດທະນາແບບສັງລວມ, ນີ້ຈະມີຜົນດີໃຫ້ກັບການຊຸກຍູ້ໃຫ້ພາກພື້ນອາຊີປາຊີຟິກເຊື່ອມຈອດກັນແລະຊ່ວຍຊູຍູ້ໜູນກັນຕາມຍຸດທະສາດດ້ານການພັດທະນາ.

ຫວ່າງມໍ່ໆມານີ້, ໃນໂອກາດເຂົ້າຮ່ວມກອງປະຊຸມຊຸດຍອດຈີນ-ອາຊຽນຄັ້ງທີ 24 ຜ່ານວີດີໂອຈາກນະຄອນຫຼວງປັກກິ່ງ, ທ່ານຫຼີເຄີ້ສຽງ ກ່າວວ່າ: “ປັດຈຸບັນ, ການພົວພັນລະຫວ່າງຈີນກັບອາຊຽນໄດ້ຂະຫຍາຍຕົວຢ່າງໝັ້ນທ່ຽງ, ການຮ່ວມມືຢ່າງແທ້ຈິງໃນຂົງເຂດຕ່າງໆໄດ້ພັດທະນາຢ່າງຕໍ່ເນື່ອງ. ແຕ່ປີກາຍນີ້ເປັນຕົ້ນມາ, ທ່ານສີຈິ້ນຜິງ ປະທານປະເທດຈີນແລະຜູ້ນຳປະເທດອາຊຽນໄດ້ແລກປ່ຽນຄວາມຄິດເຫັນກັນດ້ານຍຸດທະສາດຢ່າງເລິກເຊິ່ງໂດຍຜ່ານຮູບການຕ່າງໆ.” ທ່ານຫຼີເຄີ້ສຽງ ຊີ້ໃຫ້ເຫັນວ່າ: ຈີນຖືອາຊຽນເປັນທິດບູລິມະສິດໃນນະໂຍບາຍການຕ່າງປະເທດກັບປະເທດອ້ອມຂ້າງຂອງຈີນຢ່າງສະເໜີຕົ້ນສະເໝີປາຍ, ຈີນຈະເຮັດຄືດັ່ງທີ່ເຄີຍໄດ້ປະຕິບັດຜ່ານມາ, ເດັດດ່ຽວສະໜັບສະໜູນການສ້າງປະຊາຄົມອາຊຽນ, ເດັດດ່ຽວສະໜັບສະໜູນຖານະໃຈກາງຂອງອາຊຽນໃນຂອບພາກພື້ນແຫ່ງນີ້, ເດັດດ່ຽວສະໜັບສະໜູນອາຊຽນເສີມຂະຫຍາຍບົດບາດອັນໃຫຍ່ຫຼວງກວ່າເກົ່າໃນວຽກງານພາກພື້ນແລະສາກົນ.

ປັດຈຸບັນ, ລະດັບເຊື່ອມໂຍງເຊື່ອມຈອດກັນລະຫວ່າງຈີນກັບອາຊຽນໃນຂົງເຂດການກໍ່ສ້າງພື້ນຖານໂຄງລ່າງ, ການຄ້າ, ການເງິນແລະຂົງເຂດອື່ນໆໄດ້ຖືກຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ສ້າງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາກອນ 2 ຕື້ຄົນຂອງ 11 ປະເທດ. ໃນເດືອນໜ້ານີ້, ສອງຝ່າຍຈະຮ່ວມກັນຈັດກອງປະຊຸມສຸດຍອດເພື່ອລະນຶກການສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ, ນີ້ຈະເປັນຂີດໝາຍສຳຄັນເພື່ອສືບທອດມູນເຊື້ອອັນດີງາມຜ່ານມາແລະເສີມຂະຫຍາຍສາຍພົວພັນອັນໃໝ່ລະຫວ່າງສອງຝ່າຍ. ເຊື່ອວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງຈີນແລະປະເທດອາຊຽນ, ການຮ່ວມມືມິດຕະພາບລະຫວ່າງຈີນກັບອາຊຽນຈະພັດທະນາຢ່າງໝັ້ນທ່ຽງແລະຍາວນານ, ຮ່ວມກັນປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າໃຫ້ກັບສັນຕິພາບ, ສະຖຽນລະພາບ, ການພັດທະນາແລະຄວາມຈະເລີນຮຸ່ນເຮືອງຂອງອາຊີ.