ໄທ​ເປີດ​ປະ​ເທດ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ ພາຍ​ໃນ​​ໄລ​ຍະ 5 ມື້​ຈະ​ມີ​ຄົນ​ເຂົ້າ​ອອກ​ເມືອງ​ຜ່ານ​ສະ​ໜາມ​ບິນຫຼາຍກວ່າ 2 ໝື່ນ​ຄົນ

CRI, November 2, 2021
Size:

ວັນທີ 1 ພະຈິກນີ້ແມ່ນມື້ທຳອິດທີ່ປະເທດໄທເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນຄືນໃໝ່. ຕາມສະຖິຕິຈອງປີ້ເຮືອບິນນັບມາຮອດວັນທີ 29 ຕຸລາແລ້ວນີ້ທີ່ອົງການການບິນພົນລະເຮືອນໄທໄດ້ແຈ້ງໃຫ້ຮູ້ ຄື: ແຕ່ວັນທີ 1 ຫາວັນທີ 5 ພະຈິກນີ້, ຈະມີນັກທ່ອງທ່ຽວ 21316 ຄົນຈາກ 26 ປະເທດ ແລະ ເຂດແຄວ້ນຈະຂີ່ເຮືອບິນຕາມເສັ້ນທາງບິນ 27 ສາຍເຂົ້າອອກປະເທດໄທ, ໃນນັ້ນ ຈຳນວນຄົນເຂົ້າເມືອງ ຈະມີ15037 ຄົນ, ອອກເມືອງ 6279 ຄົນ.

ອີງຕາມສະຖິຕິ, ນັກທ່ອງທ່ຽວທີ່ເຂົ້າສູ່ປະເທດໄທຕົ້ນຕໍມາຈາກສິງກະໂປ, ອິນໂດເນເຊຍ, ອົສຕຼາລີ, ຟິລິບປິນ, ຍີ່ປຸ່ນ, ສ.ເກົາຫຼີ, ອັງກິດ ແລະອື່ນໆ. ຄົນຕ່າງປະເທດສ່ວນຫຼາຍຈະເຂົ້າປະເທດແລ້ວຈະເດີນທາງໄປບາງກອກ, ຊຽງໃໝ່ ແລະ ພູເກັດ.