ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

CRI, November 2, 2021
Size:

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ_fororder_微信图片_20211101142003

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 01 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ, ເຊິ່ງຈະດໍາເນີນໄປເຖິງວັນທີ 17 ພະຈິກ 2021 ພາຍໃຕ້ການເປັນ ປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງ ຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຜູ້ນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກລັດຖະບານ, ບັນດາສະມາຊິກ ສະພາແຫ່ງຊາດ, ຜູ້ຕາງໜ້າອົງ ການຈັດຕັ້ງ ພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ_fororder_微信图片_20211101142016

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ຮັບຮອງບັນດາ ເນື້ອໃນທີ່ສໍາຄັນດັ່ງນີ້:  ບົດລາຍງານໂດຍສັງເຂບ ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງ ປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນຕາປະຈໍາປີ 2021 ແລະ ແຜນການປະຈໍາປີ 2022; ບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງ ປະຕິບັດແຜນ ພັດທະນາ ເສດຖະກິດ-ສັງຄົມ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022; ບົດລາຍງານ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022, ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປີ 2020;  ບົດລາຍງານການ ຈັດຕັ້ງປະຕິບັດ ແຜນເງິນຕາ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022; ບົດລາຍງານ ກ່ຽວກັບແຜນພັດທະນາ ພະລັງງານໄຟຟ້າ ຂອງ ສປປ ລາວ (2021-2030) ແລະ ແຜນພັດທະນາ ພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025); ບົດລາຍງານ ກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດີຈີຕອນ ແຫ່ງຊາດ 5 ປີ (2021-2025); ບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວ ວຽກງານປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຂອງອົງການ ກວດສອບແຫ່ງລັດ; ຜົນການກວດສອບບົດ ສະຫລຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ຂອງອົງການ ກວດສອບແຫ່ງລັດ; ບົດລາຍງານການຈັດຕັ້ງ ປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງອົງການ ກວດກາແຫ່ງລັດ; ການກວດກາຕາມຜົນ ການກວດສອບບົດ ສະຫລຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານ ແຫ່ງລັດປະຈຳປີ 2019 ຂອງອົງການ ກວດກາແຫ່ງລັດ; ບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງສານ ປະຊາຊົນສູງສຸດ; ບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນ ການ ປະຈໍາປີ 2022 ຂອງອົງການ ໄອຍະການ ປະຊາຊົນສູງສຸດ; ການສະເໜີແຕ່ງຕັ້ງ ສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ; ບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນ ໄຫວວຽກງານປະຈໍາປີ 2021 ແລະ ແຜນການ 2022 ຂອງສະພາແຫ່ງຊາດ; ບົດປະກອບຄໍາເຫັນ ຂອງສູນກາງ ແນວລາວສ້າງຊາດ ແລະ ອົງການຈັດຕັ້ງ ມະຫາຊົນ ຕໍ່ບົດລາຍງານ ການເຄື່ອນໄຫວ ຂອງສະພາແຫ່ງຊາດ; ພ້ອມກັນນີ້, ໃນກອງປະຊຸມ ຍັງຈະໄດ້ພິຈາລະນາ ຮັບຮອງເອົາຮ່າງ ກົດໝາຍໃໝ່ ແລະ ປັບປຸງຈໍານວນ 11 ສະບັບ. ໃນນີ້, ຮ່າງກົດໝາຍສ້າງໃໝ່ ຈໍານວນ 4 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍ ຍານພາຫະນະທາງບົກ, ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ, ຮ່າງກົດໝາຍວ່າດ້ວຍ ເຕັກໂນໂລຊີລະດັບສູງ, ຮ່າງກົດໝາຍວ່າດ້ວຍ ການສໍາຫລວດວັດແທກ ແລະ ສ້າງແຜນທີ່. ສ່ວນຮ່າງກົດໝາຍ ປັບປຸງຈໍານວນ 7 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍ ລັດຖະບານ, ຮ່າງກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ, ຮ່າງກົດໝາຍວ່າດ້ວຍ ການສ້າງນິຕິກຳ, ຮ່າງກົດໝາຍວ່າດ້ວຍ ການປະຕິບັດ ຄໍາຕັດສິນຂອງສານ, ຮ່າງກົດໝາຍວ່າດ້ວຍ ການຄວບຄຸມຢາສູບ, ຮ່າງກົດໝາຍວ່າດ້ວຍ ໂທລະຄົມມະນາຄົມ ແລະ ຮ່າງກົດໝາຍວ່າດ້ວຍ ມໍລະດົກແຫ່ງຊາດ. ນອກນັ້ນ, ກອງປະຊຸມສະພາແຫ່ງຊາດ ຍັງຈະໄດ້ຮັບຟັງການຊີ້ແຈງ ຂອງພາກສ່ວນ ກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາ ຊັກຖາມ ຂອງບັນດາສະມາຊິກ ສະພາແຫ່ງຊາດ. ເພື່ອພິຈາລະນາຮັບຮອງເອົາ ບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ທີ່ມີຈໍານວນ ຫລາຍ ຄືດັ່ງກ່າວນີ້ ໃຫ້ບັນລຸຜົນ ຕາມແຜນການທີ່ວາງໄວ້ ທ່ານປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງທຸກພາກ ສ່ວນທີ່ກ່ຽວຂ້ອງ ສືບຕໍ່ສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມື ຕໍ່ບັນດາເນື້ອໃນ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມເທື່ອນີ້, ຮຽກຮ້ອງມາຍັງບັນດາ ທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ຈົ່ງເຊີດຊູຄວາມຮັບຜິດຊອບ ການເມືອງຂອງຕົນ ໃນການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ ທຸກບັນຫາຢ່າງຖີ່ຖ້ວນ, ພາວະວິໄສ ແລະ ເລິກເຊິ່ງບົນພື້ນຖານ ແນວທາງ ນະໂຍບາຍຂອງພັກ, ກົດໝາຍ ແລະ ສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ ເພື່ອເຮັດໃຫ້ເນື້ອໃນ ທີ່ນໍາມາພິຈາລະນາ, ຮັບຮອງຄັ້ງນີ້ມີຄຸນນະພາບ ແລະ ສາມາດນໍາໄປ ຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ.

ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການ ສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບ ໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງ ຈາກປະຊາຊົນທີ່ຈະສົ່ງ ໄປຍັງກອງປະຊຸມ ເຊິ່ງບັນດາທ່ານສາມາດ ສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມ ຜ່ານສາຍດ່ວນ 156.