ທ່ານ ຫານຈື້ສຽງ : ສິ່ງທີ່ກ່າວວ່າ “ການຜະລິດກະແສໄຟຟ້າ ສປ ຈີນ ໃນແມ່ນໍ້າຂອງ ເຮັດໃຫ້ແມ່ນໍ້າຂອງຕອນລຸ່ມມີຄວາມແຫ້ງແລ້ງ “ລ້ວນແຕ່ແມ່ນ ‘ຂ່າວບໍ່ມີມູນຄວາມຈິງ’”

lmcchina.org, November 1, 2021
Size:

ວັນທີ 20 ຕຸລາ ຜ່ານມານີ້ ທ່ານ ຫານ ຈື້ສຽງ ເອກອັກຄະລັດຖະທູດຈີນປະຈໍາລາຊະອານາຈັກໄທ ໄດ້ເຂົ້າຮ່ວມກອງປະຊຸມສື່ມວນຊົນທາງໄກຂອງໄທ  ແລະ ໄດ້ຕອບຄໍາຖາມຕໍ່ສື່ມວນຊົນ ຂອງປະເທດໄທ, ທ່ານໄດ້ຍົກໃຫ້ເຫັນວ່າ “ ປະລິມານກະແສໄຫຼຂອງແມ່ນໍ້າລ້ານຊ້າງທີ່ໄຫຼຜ່ານ ສປ ຈີນ ກວມເອົາ ພຽງແຕ່ 13,5% ຂອງປະລິມານການໄຫຼຜ່ານຂອງແມ່ນໍ້າລ້ານຊ້າງ- ແມ່ນໍ້າຂອງ, ໝາຍຄວາມວ່າ ປະລິມານນໍ້າລ້ານຊ້າງທີ່ຖືກນໍາໃຊ້ຢູ່ພາຍໃນດິນແດນ ຂອງ ສປ ຈີນ ບໍ່ຮອດ 1% ຂອງປະລິມານນໍ້າທັງໝົດຂອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ສິ່ງທີ່ກ່າວວ່າ: “ ສປ ຈີນ ມີການກັກເກັບນໍ້າຢູ່ຕອນເທິງຂອງແມ່ນໍ້າຂອງ ເພື່ອຮັບໃຊ້ໃຫ້ແກ່ການຜະລິດກະແສໄຟຟ້າ ໄດ້ສົ່ງຜົນກະທົບເຮັດໃຫ້ເກີດຄວາມແຫ້ງແລ້ງຮ້າຍແຮງຂຶ້ນຢູ່ແມ່ນໍ້າຂອງຕອນລຸ່ມນັ້ນ” ລ້ວນແຕ່ແມ່ນ “ຂ່າວປອມຂ່າວເທັດ” ທີ່ປະເທດຢູ່ນອກພາກພື້ນສ້າງຂຶ້ນ ເພື່ອຍຸແຍ່ສ້າງຄວາມແຕກແຍກຕໍ່ການຮ່ວມມືດ້ານຊັບພະຍາກອນນໍ້າລະຫວ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ທ່ານ ທູດ ສປ ຈີນ ປະຈໍາໄທ ໄດ້ຍົກໃຫ້ເຫັນວ່າ ນັບແຕ່ກໍ່ຕັ້ງການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ໃນໄລຍະ 5 ປີ ຜ່ານມານີ້, ເຫັນວ່າການຮ່ວມມືດ້ານຊັບພະຍາກອນນໍ້າໄດ້ຮັບໝາກຜົນອັນຈົບງາມ, ເວທີການຮ່ວມມືດ້ານຊັບພະຍາກອນນໍ້າແຫ່ງ ທໍາອິດກໍໄດ້ສ້າງຕັ້ງຂຶ້ນ ໂດຍການເຂົ້າຮ່ວມຂອງບັນດາປະເທດລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ນອກນັ້ນ ຍັງໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີ ກ່ຽວກັບການຮ່ວມມືດ້ານຊັບພະຍາກອນນໍ້າ ເປັນຄັ້ງທໍາອິດ. ນັບແຕ່ປີກາຍເປັນຕົ້ນມາ ສປ ຈີນ ກໍໄດ້ເຜີຍແຜ່ຂໍ້ມູນກ່ຽວກັບສະພາບອຸທົກກະສາດທັງປີຂອງແມ່ນໍ້າລ້ານຊ້າງ ແລະ ເອົາໃຈໃສ່ຊ່ວຍເຫຼືອບັນດາປະເທດລຸ່ມແມ່ນໍ້າຂອງໃນການຮັບມືກັບໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ.

ບັນດາທ່ານ ຕ້ອງມີສະຕິໃນການປ້ອງກັນການຍຸແຫຍ່ເພື່ອສ້າງຄວາມແຕກແຍກຂອງບາງປະເທດທີ່ຢູ່ນອກພາກພື້ນ, ພວກເຮົາຄວນໄດ້ພ້ອມກັນສຸມໃສ່ການພັດທະນາເສດຖະກິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ,ດໍາເນີນການຮ່ວມມືທາງດ້ານວັດທະນະທໍາມະນຸດ, ຊຸກຍູ້ສົ່ງເສີມການພົວພັນແບບບ້ານໃກ້ເຮືອນຄຽງທີ່ດີ, ຮ່ວມສຸກຮ່ວມທຸກ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.