ກອງປະຊຸມໃຫຍ່ພັນທະພາບການຮ່ວມມືເມືອງທ່ອງທ່ຽວ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ກອງປະຊຸມສົນທະນາດ້ານການທ່ອງທ່ຽວ ແລະ ວັດທະນະທໍາເຈົ້າເມືອງປະເທດ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ຈັດຂຶ້ນທີ່ກໍາແພງນະຄອນສົງຊິ້ງ

lmcchina.org, November 1, 2021
Size:

ໃນວັນທີ 21 ຕຸລາ ຜ່ານມານີ້, ທີ່ກໍາແພງນະຄອນສົງຊິ້ງ ໄດ້ຈັດກອງປະຊຸມໃຫຍ່ພັນທະພາບການຮ່ວມມືເມືອງທ່ອງທ່ຽວ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ແລະ ກອງປະຊຸມສົນທະນາດ້ານການທ່ອງທ່ຽວ ແລະ ວັດທະນະທໍາເຈົ້າເມືອງປະເທດ LM (ຕໍ່ໄປນີ້ ເອີ້ນວ່າກອງປະຊຸມໃຫຍ່) ພາຍໃຕ້ການເປັນເຈົ້າພາບຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຂອງ ສປ ຈີນ, ແລະ ຈັດຕັ້ງປະຕິບັດໂດຍ ຄະນະກໍາມະການພັດທະນາທ່ອງທ່ຽວ- ວັດທະນະທໍາກໍາແພງນະຄອນສົງຊິ້ງ ແລະອໍານາດກາປົກຄອງເຂດກີວລຸງຜໍ່ກໍາແພງນະຄອນສົງຊິ້ງ, ຊຶ່ງກອງປະຊຸມໃຫຍ່ໄດ້ຖືເອົາ “ການແບ່ງປັນກາລະໂອກາດໃຫມ່ຂອງເສັ້ນທາງບົກ ແລະ ທາງທະເລ,ຮ່ວມກັນຊຸກຍູ້ສົ່ງເສີມແລະພັດທະນາວັດທະນະທໍາ ແລະ ການທ່ອງທ່ຽວ” ເປັນຫົວຂໍ້ຫຼັກໃນການສົນທະນາ. ກອງປະຊຸມໃຫຍ່ຍັງໄດ້ເຊື້ອເຊີນຜູ້ແທນຈາກ 28 ເມືອງ ສະມາຊິກພັນທະພາບເຂົ້າຮ່ວມ, ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຈັດຂຶ້ນໂດຍນໍາໃຊ້ລະບົບວິດີໂອແບບອອນລາຍ ແລະ ແບບອອຟລາຍໄປຄວບຄູ່ກັນ. ໃນທີ່ປະຊຸມໄດ້ຮ່ວມກັນປຶກສາຫາລືຊອກຫາວິທີທາງການຟື້ນຟູວຽກງານວັດທະນາທໍາແລະການທ່ອງທ່ຽວພາຍຫຼັງຜ່ານພົ້ນວິກິດການແພ່ລະບາດຂອງພະຍາດໂຄວິດ-19, ຮ່ວມກັນຊຸກຍູ້ສົ່ງເສີມແລະພັດທະນາການທ່ອງທ່ຽວ ແລະວັດທະນະທໍາໃຫ້ມີຄຸນນະພາບ ແລະປະສິດທິພາບສູງຂຶ້ນໃນພາກພື້ນ LM . ທ່ານ ຕູ້ຈ່ຽງ  ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະການທ່ອງທ່ຽວ ສປຈີນ, ທ່ານ ຊ້າຍ ຢຸນເກີ ຮອງເຈົ້າຄອງກໍາແພງນະຄອນສົງຊິ້ງ, ທ່ານ ຫວັງ ຟູຄັ່ງ ເອກອັກຄະລັດຖະທູດ ທີ່ມາຈາກກະຊວງການຕ່າງປະເທດ, ທ່ານ Myo Thant Pe ເອກອັກຄະລັດຖະທູດມຽນມາປະຈໍາ ສປ ຈີນ, ທ່ານ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ  ກົງສູນໃຫຍ່ ປະເທດກໍາປູເຈຍປະຈໍາກໍາແພງນະຄອນສົງຊິ້ງ ກໍໄດ້ເຂົ້າຮ່ວມ ແລະ ຂຶ້ນມີຄໍາເຫັນຕໍ່ກອງປະຊຸມ. ນອກນັ້ນ, ທ່ານ ອັດທະຍຸດ ສີສະໝຸດ ເອກອັກຄະລັດຖະທູດໄທ ປະຈໍາ ສປ ຈີນ ກໍໄດ້ເຂົ້າຮ່ວມທາງໄກ ແລະມີຄໍາເຫັນໃນທີ່ປະຊຸມຜ່ານວີດີໂອທາງໄກ, ທ່ານ ລັດຖະມົນຕີ ກະຊວງການ ທ່ອງທ່ຽວ ກໍາປູເຈຍ ກໍໄດ້ສົ່ງສານອວຍພອນເປັນພິເສດຕໍ່ການຈັດກອງປະຊຸມໃຫຍ່ຄັ້ງນີ້.ພາກສ່ວນທີ່ກ່ຽວຂ້ອງດ້ານວຽກງານການທ່ອງທ່ຽວ ຂອງ 5 ປະເທດແມ່ນໍ້າຂອງ, ອົງການຈັດ ຕັ້ງສາກົນ ແລະ ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ, ຕົວແທນຈາກຫົວໜ່ວຍທຸລະກິດທີ່ມີຊື່ສຽງ ແລະ ສະມາຄົມຕ່າງໆ ກໍໄດ້ເຂົ້າຮ່ວມໂດຍຜ່ານລະບົບອອນລາຍ ແລະ ອອຟລາຍ.

ເພື່ອປັບປຸງການກໍ່ສ້າງກົນໄກພັນທະພາບໃຫ້ດີຂຶ້ນ, ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າ ແລະ ສະເໜີ ແຜນການວຽກງານກ່ຽວກັບພັນທະພາບການຮ່ວມມືເມືອງທ່ອງທ່ຽວ LM , ແຜນປະຕິບັດງານ 5 ປີ ຂອງພັນທະພາບການຮ່ວມມືເມືອງທ່ອງທ່ຽວ LM, ຕົວເມືອງສະມາຊິກຝ່າຍຈີນຂອງພັນທະພາບ ໄດ້ປຶກສາຫາລື ແລະຮັບຮອງພັນທະພາບການຮ່ວມມືເມືອງທ່ອງທ່ຽວ(ສະບັບຮ່າງ),ກໍາແພງນະຄອນສົງຊິ້ງໃນນາມເປັນສະມາຊິກພັນທະພາບ ພ້ອມທັງເປັນຝ່າຍຈັດກອງປະຊຸມໃຫຍ່ຄັ້ງນີ້ ກໍໄດ້ຖະແຫຼງຂໍ້ລິເລີ່ມສົງຊິ້ງກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ LM . ໃນໄລຍະເວລາດໍາເນີນກອງປະຊຸມໃຫຍ່ນີ້, ຍັງໄດ້ຈັດກອງປະຊຸມເວທີປຶກສາຫາລື ລະຫວ່າງ ເຈົ້ານະຄອນ LM  ກ່ຽວກັບວຽກງານວັດທະນະທໍາ ແລະ ການທ່ອງທ່ຽວ ເປັນຄວບຄູ່ກັນ ແລະກອງປະຊຸມດັ່ງກ່າວຕ່າງກໍໄດ້ປຶກສາຫາລືຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ  “ການຟື້ນຟູການທ່ອງທ່ຽວ ແລະ ກົນໄກການຮັກສາຄວາມປອດໄພ ພາຍຫຼັງຜ່ານພົ້ນວິກິດການແພ່ລະບາດຂອງພະຍາດໂຄວິດ-19” “ ການຮ່ວມມືລະຫວ່າງເມືອງ LM ແລະ ການຫັນເປັນສາກົນຂອງເມືອງທີ່ບໍ່ມີທາງອອກສູ່ທະເລ”, “ການພັດທະນາການທ່ອງທ່ຽວ ແລະ ການສ້າງຊົນນະບົດໃຫ້ຈະເລີນຮຸ່ງເຮືອງ” ເປັນຕົ້ນ.

ກອງປະຊຸມໃຫຍ່ຄັ້ງນີ້ຍັງໄດ້ຈັດໃຫ້ມີການສະແດງແລະແລກປ່ຽນສິລະປະຊຶ່ງກັນແລະກັນລະຫວ່າງຊາວໜຸ່ມຂອງປະເທດLM,ຈັດງານວາງສະແດງຮູບພາບດ້ານວັດທະນະທໍາ- ການທ່ອງທ່ຽວ LM ແລະ ງານວາງສະແດງການເຄື່ອນໄຫວແລກປ່ຽນຢ່າງໄມຕີຈິດມິດຕະພາບໃນປີທີ່ຜ່ານມາ ລະຫວ່າງ ກໍາແພງນະຄອນສົງຊິ້ງງ ກັບ ບັນດາປະເທດແມ່ນໍ້າຂອງ, ງານວາງສະແດງສິນຄ້າການທ່ອງທ່ຽວປະຈໍາທ້ອງຖິ່ນ LM, ຫ້ອງວາງສະແດງຜົນງານທີ່ສາມາດສໍາຜັດຕົວຈິງຂອງໂຄງການມໍລະດົກທີ່ບໍ່ແມ່ນວັດຖຸຂອງ ກໍາແພງນະຄອນສົງຊິ້ງ, ການເຜີຍແຜ່ແລະແນະນໍາຜະລິດຕະພັນວັດທະນະທໍາ ແລະ ການທ່ອງທ່ຽວ ກັບທີ່ ຂອງສົງຊິ້ງແລະ ກໍາປູເຈຍ ພ້ອມທັງໄດ້ຈັດໃຫ້ມີການໄປ ທັດສະນະຄົ້ນຄວ້າ ເສັ້ນທາງການທ່ອງທ່ຽວທີ່ມີລັກສະນະພິເສດຂອງຕົວເມືອງສົງຊິ້ງ.