ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າ: ໄທ​ຕ້ອງຊອກ​ຫາ​ວິ​ທີ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຈີນ-ລາວ​ໂດຍ​ໄວ

CRI, November 1, 2021
Size:

ທາງລົດໄຟຈີນ-ລາວໄດ້ເລີ່ມລົງມືກໍ່ສ້າງໃນປີ 2016, ຄາດວ່າຈະເລີ່ມເປີດບໍລິການໃນເດືອນທັນວາປີນີ້.

ຫວ່າງມໍ່ໆມານີ້, ເລຂາທິການໃຫຍ່ຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດໄທກ່າວວ່າ: ໄທຕ້ອງຊອກຫາວິທີທີ່ຈະສາມາດເຊື່ອມຈອດກັບທາງລົດໄຟຈີນ-ລາວໄດ້ແນວໃດໂດຍໄວ. ໂດຍສະເພາະໃນຂະນະທີ່ໂຄງການຮ່ວມມືທາງລົດໄຟຈີນ-ໄທມີຄວາມຄືບໜ້າຊ້າລົງ, ກໍອາດຈະສາມາດປະຕິບັດແຜນວິເຄາະທາງດ້ານເສດຖະກິດເປັນບຸລິມະສິດເພື່ອສ້າງໂຄງການເຊື່ອມຈອດລະຫວ່າງແຂວງໜອງຄາຍປະເທດໄທກັບນະຄອນຫຼວງວຽງຈັນປະເທດລາວໂດຍຜ່ານທາງລົດໄຟຈີນ-ລາວ. ໃນຕໍ່ໜ້າ, ນັກທ່ອງທ່ຽວຈາກແຂວງທາງພາກຕາເວັນຕົກສຽງໃຕ້ຂອງຈີນຈະມີທາງເລືອກຫຼາຍທາງໃນການໄປທ່ຽວປະເທດລາວແລະໄທ, ການອອກໄປທ່ຽວຢູ່ຕ່າງປະເທດດ້ວຍທາງລົດໄຟຄວາມໄວສູງຈະແມ່ນທາງເລືອກທີ່ເໝາະສົມ.

ກ່ອນໜ້ານີ້, ຮອງໂຄສົກຄະນະລັດຖະບານໄທໄດ້ເຜີຍໃຫ້ຮູ້ວ່າ:  ທ່ານ ປຣາຢຸດ ຈັນໂອຊາ ນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດໄທໄດ້ມີຄວາມສົນໃຈຫຼາຍແລະໄດ້ໃຫ້ການສະໜັບສະໜູນວຽກງານກະກຽມເປີດບໍລິການທາງລົດໄຟຈີນ-ລາວໃນເດືອນທັນວາປີນີ້.