ສັບ​ປະ​ດາ​ໂທ​ລະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ

CRI, October 29, 2021
Size:

ຕອນຄ່ຳວັນທີ 27 ຕຸລານີ້, ສັບປະດາໂທລະພາບຈີນ-ອາຊຽນຄັ້ງທີ 3 ທີ່ອົງການວິທະຍຸໂທລະພາບແຫ່ງຊາດຈີນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ອຳນາດການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໄດ້ເປັນເຈົ້າພາບຮ່ວມກັນຈັດຂຶ້ນຢູ່ນະຄອນໜານໜິງ.

ຕາມຂ່າວແຈ້ງວ່າ: ສັບປະດາໂທລະພາບຈີນ-ອາຊຽນຄັ້ງທີ 3 ຈະຈັດຂຶ້ນແຕ່ວັນທີ 27 ຕຸລາຫາວັນທີ 2 ພະຈິກໜ້ານີ້ ແລະ ມີ 5 ກິດຈະກຳໃຫຍ່ ຄື: ພິທີໄຂງານ ແລະ ການຕັ້ງຄ້າຍໂຄສົກຊາວໜຸ່ມຈີນ-ອາຊຽນ, ຄ້າຍປະດິດສ້າງໂຄສົກຊາວໜຸ່ມຈີນ-ອາຊຽນ, ການແຂ່ງຂັນວິດີໂອສັ້ນພາຍໃຕ້ຫົວຂໍ້ມິດຕະພາບແລະການຮ່ວມມືຈີນ-ອາຊຽນ, ສັບປະດາວາງສະແດງສາລະຄະດີທີ່ເປັນສຽງແລະວິດີໂອດີເດັ່ນຈີນ-ອາຊຽນ, ງານວາງສະແດງຜະລິດຕະພັນສຽງແລະວິດີໂອໃນສັບປະດາໂທລະພາບຈີນ-ອາຊຽນ.

ສັບປະດາໂທລະພາບຄັ້ງນີ້ໄດ້ເຊື້ອເຊີນກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວມາເປັນເຈົ້າພາບຮ່ວມເປັນຄັ້ງທຳອິດ, ໄດ້ເຊັນສັນຍາຮ່ວມມືກັບ ສປປ ລາວ ແລະ ອິນໂດເນເຊຍເປັນຄັ້ງທຳອິດ ພ້ອມທັງໄດ້ຈັດສັບປະດາວາງສະແດງແລະການກະຈາຍສຽງແລະສາຍວິດີໂອດີເດັ່ນຂອງຈີນແລະອາຊຽນ.