ມຽນ​ມາ​ຍິນ​ດີ​ສືບ​ຕໍ່​ຕິດ​ຕໍ່​ພົວ​ພັນ​ແລະ​ປະ​ສານ​ງານ​​ກັບ​ອາ​ຊຽນ

CRI, October 29, 2021
Size:

      ຕອນຄ່ຳວັນທີ 26 ຕຸລານີ້ຕາມເວລາທ້ອງຖິ່ນ, ກະຊວງການຕ່າງປະເທດມຽນມາໄດ້ອອກຖະແຫຼງການວ່າ: ມຽນມາບໍ່ໄດ້ແຕ່ງຕັ້ງຜູ້ຕາງໜ້າຂອງຕົນເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 38 ແລະຄັ້ງທີ 39 ທີ່ໄຂຂຶ້ນໃນມື້ດັ່ງກ່າວ,ບໍ່ໄດ້ໝາຍຄວາມວ່າມຽນມາຈະຕໍ່ຕ້ານຫຼືກີດກັນອາຊຽນ,ມຽນມາຍິນດີປະຕິບັດຕາມຫຼັກການຂອງກົດບັດອາຊຽນ,ສືບຕໍ່ຕິດຕໍ່ພົວພັນແລະປະສານງານກັບອາຊຽນ,ດຳເນີນການຮ່ວມມືທີ່ມີລັກສະນະສ້າງສັນເຊິ່ງລວມທັງການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນ 5 ຂໍ້.

      ຖະແຫຼງການກ່າວວ່າ: ມຽນມາພຽງແຕ່ຮັບຮອງໃຫ້ປະມຸກລັດປະເທດ,ຫົວໜ້າລັດຖະບານຫຼືເຈົ້າໜ້າທີ່ລະດັບລັດຖະມົນຕີຕາງໜ້າມຽນມາເຂົ້າຮ່ວມກອງປະຊຸມສຸດຍອດ,ບຣູໄນທີ່ເປັນປະເທດປະທານໝູນວຽນຂອງອາຊຽນໄດ້ຫຼຸດລະດັບຜູ້ເຂົ້າຮ່ວມກອງປະຊຸມຂອງມຽນມາ,ມຽນມາມີແຕ່ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້.

      ກອງປະຊຸມສຸດຍອດອາຊຽນຄັ້ງທີ 38 ແລະຄັ້ງທີ 39 ໄດ້ຈັດຂຶ້ນຢູ່ນະຄອນຫຼວງບັນດາເຊຣີເບກາວັນປະເທດບຣູໄນໃນຕອນເຊົ້າວັນທີ 26 ຕຸລານີ້ໂດຍຜ່ານທາງວິດີໂອ.