ສ​ປ​ຊ ແຕ່ງ​ຕັ້ງ​ທ່ານ​ນາງ​ ເນ​ລີນ ເຮ​ເຊີ ດຳ​ລົງ​ຕຳ​ແໜ່ງ​ເປັນ​ທູດ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ມຽນ​ມາ​ຄົນ​ໃໝ່

CRI, October 28, 2021
Size:

      ວັນທີ 25 ຕຸລານີ້, ທ່ານ ອັນໂຕນີໂອ ກູເຕີເຣສ໌ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ປະກາດແຕ່ງຕັ້ງທ່ານນາງ ເນລີນ ເຮເຊີ ສັນຊາດສິງກະໂປໃຫ້ດຳລົງຕຳແໜ່ງເປັນທູດພິເສດຂອງອົງການສະຫະປະຊາຊາດກ່ຽວກັບບັນຫາມຽນມາຄົນໃໝ່.

      ອົງການສະຫະປະຊາຊາດໄດ້ແຈ້ງໃຫ້ຮູ້ວ່າ: ທ່ານນາງ ເນລີນ ເຮເຊີ ອາຍຸ 73 ປີ ເຄີຍດຳລົງຕຳແໜ່ງຂັ້ນສູງຫຼາຍຕຳແໜ່ງຢູ່ອົງການສະຫະປະຊາຊາດ. ນາງຈະເຂົ້າຮັບໜ້າທີ່ແທນທ່ານ ຄຣິສຕິນ ເບີກເນີ ຄົນສັນຊາດສະວິສ, ແລ້ວດຳລົງຕຳແໜ່ງເປັນທູດພິເສດຂອງອົງການສະຫະປະຊາຊາດກ່ຽວກັບບັນຫາມຽນມາຄົນໃໝ່. ທ່ານນາງ ເນລີນ ເຮເຊີ ໄດ້ປະຕິບັດໜ້າທີ່ເລຂາຜູ້ບໍລິຫານຂອງຄະນະກຳມະການເສດຖະກິດສັງຄົມອາຊີປາຊີຟິກຂອງອົງການສະຫະປະຊາຊາດໃນປີ 2007 ຫາປີ 2014, ເປັນແມ່ຍິງຄົນທຳອິດທີ່ໄດ້ດຳລົງຕຳແໜ່ງດັ່ງກ່າວ. ໃນປີ 2013 ຫາປີ 2015, ນາງຍັງໄດ້ປະຕິບັດໜ້າທີ່ເປັນທີ່ປຶກສາພິເສດກ່ຽວກັບບັນຫາຕີມໍເລັສເຕຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ.