ເວ​ທີ​ປຶ​ກ​ສາ​ຫາ​ລື​ຂັ້ນ​ສູງວ່າ​ດ້ວຍ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ແລະ​ຍືນ​ຍົງ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນໜານ​ໜິງ

CRI, October 27, 2021
Size:

ວັນທີ 25 ຕຸລານີ້, ເວທີປຶກສາຫາລືຂັ້ນສູງວ່າດ້ວຍການພັດທະນາແບບສີຂຽວແລະຍືນຍົງຈີນ-ອາຊຽນ ແລະ ເວທີປຶກສາຫາລືວ່າດ້ວຍການຮ່ວມມືສິ່ງແວດລ້ອມຈີນ-ອາຊຽນປີ 2021 ໄດ້ຈັດຂຶ້ນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ໂດຍຜ່ານທາງອອນລາຍ ແລະ ອອຟລາຍ.

ຜູ້ທີ່ເຂົ້າຮ່ວມກອງປະຊຸມໄດ້ຕີລາຄາສູງຕໍ່ຜົນສຳເລັດທີ່ອຸດົມສົມບູນຂອງເວທີປຶກສາຫາລືວ່າດ້ວຍການຮ່ວມມືສິ່ງແວດລ້ອມຈີນ-ອາຊຽນ ແລະ ການເປີດສູນການຮ່ວມມືການອະນຸລັກສິ່ງແວດລ້ອມຈີນ-ອາຊຽນໃນ 10 ປີມານີ້ ແລະ ຫວັງວ່າ: ໂດຍຖືເອົາກອງປະຊຸມຄັ້ງນີ້ເປັນກາລະໂອກາດ, ຄວນສືບຕໍ່ລົງເລິກການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງຝ່າຍ ເພື່ອເຮັດໃຫ້ແນວຄວາມຄິດການພັດທະນາແບບສີຂຽວໄດ້ຝັງເລິກຢູ່ໃນໃຈຂອງຄົນທັງຫຼາຍ ແລະ ຊຸກຍູ້ໃຫ້ການຮ່ວມມືດ້ານການອະນຸລັກສິ່ງແວດລ້ອມຈີນ-ອາຊຽນພັດທະນາຢ່າງໜັກແໜ້ນ.

ປີ 2021 ແມ່ນປີຮ່ວມມືດ້ານການພັດທະນາແບບຍືນຍົງຈີນ-ອາຊຽນ, ເວທີປຶກສາຫາລືຄັ້ງນີ້ເປັນກິດຈະກຳສຳຄັນຂອງປີຮ່ວມມືດັ່ງກ່າວ.