ວັນທີ 22 ຕຸລານີ້, ວັກຊີນໂຄວິດ-19 ທີ່ຜະລິດໂດຍບໍລິສັດຊີໂນຟຮມ ຈຳນວນ 4 ລ້ານຫຼອດທີ່ລັດຖະບານມຽນມາຈັດຊື້ຈາກປະເທດຈີນໄດ້ສົ່ງໄປເຖິງສະໜາມບິນສາກົນຢາງກຸ້ງແລ້ວ. ມາຮອດປັດຈຸບັນ, ວັກຊີນໂຄວິດ-19 24 ລ້ານຫຼອດທີ່ລັດຖະບານມຽນມາຈັດຊື້ຈາກກຸ່ມບໍລິສັດຊີໂນຟາມໄດ້ມີ 20 ລ້ານຫຼອດຖືກສົ່ງໄປເຖິງມຽນມາແລ້ວໂດຍແບ່ງເປັນ 5 ງວດ.
ພາຍຫຼັງມຽນມາເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 3 ເປັນຕົ້ນມາ, ຈີນຕັ້ງໜ້າຊ່ວຍເຫຼືອມຽນມາຕິດຕໍ່ພົວພັນກັບວິສາຫະກິດຜະລິດວັກຊີນໂຄວິດ-19 ຂອງຈີນ, ແລະສະໜອງວັກຊີນໃຫ້ແກ່ມຽນມາ. ນັບມາຮອດປັດຈຸບັນ, ຈີນສະໜອງວັກຊີນໂຄວິດ-19ໃຫ້ແກ່ມຽນມາມີລວມທັງໝົດ 30,6 ລ້ານຫຼອດແລ້ວ.
ອີງຕາມຕົວເລກຂອງກະຊວງສາທາລະນະສຸກມຽນມາ, ນັບມາຮອດວັນທີ 19 ຕຸລານີ້, ປະຊາຊົນມຽນມາຫຼາຍກວ່າ 11,99 ລ້ານຄົນໄດ້ສັກວັກຊີນໂຄວິດ-19 ຢ່າງໜ້ອຍ 1 ເຂັມ. ໃນນັ້ນມີ 4,98 ລ້ານຄົນໄດ້ສັກວັກຊີນຄົບ 2 ເຂັມ.