ໄທ​ຈະຍົກ​ເລີກ​ລະ​ບຽບ​ການ​ໃບ​ອະ​ນຸ​ຍາດ​ເຂົ້າ​ເມືອງ

CRI, October 26, 2021
Size:

ວັນທີ 22 ຕຸລານີ້, ທ່ານ ທານີ ແສງຮັດ ໂຄສົກກະຊວງການຕ່າງປະເທດໄທ ແຈ້ງໃຫ້ຊາບວ່າ: ເພື່ອປະສານສົມທົບກັບແຜນການໄຂປະຕູແຫ່ງຊາດເພື່ອຕ້ອນຮັບນັກທ່ອງທ່ຽວສາກົນໃນເດືອນພະຈິກໜ້ານີ້ ທີ່ລັດຖະບານໄດ້ປະກາດໃນຫວ່າງກ່ອນນີ້ບໍ່ດົນ, ກະຊວງການຕ່າງປະເທດໄທ ຈະປັບປຸງຂັ້ນຕອນການຮ້ອງຂໍເຂົ້າເມືອງຂອງປະເທດໄທສຳລັບຊາວຕ່າງປະເທດ ໂດຍຈະຍົກເລີກລະບຽບການໃບອະນຸຍາດເຂົ້າເມືອງ ຫຼື COE ທີ່ເລີ່ມປະຕິບັດແຕ່ຕົ້ນປີ 2020 ເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີຈຸດປະສົງຫຼຸດຂັ້ນຕອນທີ່ບໍ່ຈຳເປັນ ທັງເຮັດໃຫ້ຂັ້ນຕອນການເຂົ້າເມືອງງ່າຍຂຶ້ນກວ່າເກົ່າ. ເລີ່ມແຕ່ວັນທີ 1 ພະຈິກໜ້ານີ້ເປັນຕົ້ນໄປ, ຈະປ່ຽນມານຳໃຊ້ເວທີຮ້ອງຂໍເຂົ້າເມືອງອັນໃໝ່ຄື: Thailand Pass.

ຂະນະດຽວກັນ, ກະຊວງການຕ່າງປະເທດໄທ ຍັງໄດ້ຊີ້ແຈງໃຫ້ພາກສ່ວນກົງສຸນຂອງສະຖານທູດ ແລະ ສະຖານກົງສຸນຂອງໄທປະຈຳບັນດາປະເທດ ປ່ຽນຈາກການກວດກາຄຸນວຸດທິການເຂົ້າເມືອງ ແລະ ການອອກໃບອະນຸຍາດເຂົ້າເມືອງໃຫ້ຊາວຕ່າງປະເທດເປັນຕົ້ນຕໍ ມາເປັນການບໍລິການໃຫ້ຄຳປຶກສາດ້ານນະໂຍບາຍທີ່ກ່ຽວຂ້ອງແກ່ຊາວຕ່າງປະເທດທີ່ຮ້ອງຂໍເຂົ້າປະເທດໄທ.