ທ່ານຫຼີເຄີ້ສຽງຈະເຂົ້າຮ່ວມກອງປະຊຸມຕ່າງໆຂອງຜູ້ນຳການຮ່ວມມືອາຊີຕາເວັນອອກ

CRI, October 26, 2021
Size:

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 25 ຕຸລານີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແຈ້ງໃຫ້ຊາບວ່າ: ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງຊຸນຕານຮາຈີ ຮັດຊານານ ໂບນເກຍ ຂອງບຣູໄນທີ່ເປັນປະເທດປະທານໝູນວຽນຂອງອາຊຽນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປຈີນ ຈະເຂົ້າຮ່ວມກອງປະຊຸມຜູ້ນຳຈີນ-ອາຊຽນຄັ້ງທີ 24, ກອງປະຊຸມສຸດຍອດອາຊຽນກັບຈີນ, ຍີ່ປຸ່ນ, ສ.ເກົາຫຼີຄັ້ງທີ 24 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 16 ເຊິ່ງຈະຈັດຂຶ້ນແຕ່ວັນທີ 26 ຫາວັນທີ 27 ຕຸລານີ້. ກອງປະຊຸມດັ່ງກ່າວຈະຈັດຂຶ້ນຜ່ານທາງວິດີໂອ.

ທ່ານຫວ່າງເວີນປິ່ນກ່າວວ່າ: ປັດຈຸບັນ, ການຮ່ວມມືໃນອາຊີຕາເວັນອອກມີທ່ວງທ່າທີ່ດີງາມ, ກົນໄກການຮ່ວມມືໃນອາຊີຕາເວັນອອກທີ່ຖືອາຊຽນເປັນໃຈກາງໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນດ້ານການຊຸກຍູ້ການສົນທະນາແລະການຮ່ວມມືລະຫວ່າງຝ່າຍຕ່າງໆ ກໍ່ຄືການຮັກສາການພັດທະນາຢ່າງໝັ້ນທ່ຽງຂອງພາກພື້ນ. ປັດຈຸບັນ, ພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດຢູ່ພາກພື້ນ ຢ່າງໜັກໜ່ວງ, ການຟື້ນຟູເສດຖະກິດກໍບໍ່ດຸນດ່ຽງກັນ, ບາງປະເທດໄດ້ສ້າງກຸ່ມກ້ອນໃນວົງແຄບ, ການຮ່ວມມືຢູ່ອາຊີຕາເວັນອອກໄດ້ຜະເຊີນກັບປັດໄຈທີ່ສັບສົນຫຼາຍກວ່າເກົ່າ. ຈີນຫວັງວ່າກອງປະຊຸມຕ່າງໆຂອງຜູ້ນຳການຮ່ວມມືຄັ້ງນີ້ຈະສາມາດສ້າງຄວາມຮັບຮູ້ທີ່ເປັນເອກະພາບກັນ, ລົງເລິກການຮ່ວມມື, ຮ່ວມກັນຮັກສາທິດທາງການຮ່ວມມືທີ່ຖືກຕ້ອງຢູ່ອາຊີຕາເວັນອອກ, ຮັກສາຄວາມຈະເລີນຮຸ່ນເຮືອງ ແລະ ສະຖຽນລະພາບຂອງພາກພື້ນ.