ກິດຈະກຳເດີນທາງໄກ LM --- ກິດຈະກຳການສຳພາດຂອງສື່ມວນຊົນຈີນ ແລະຕ່າງປະເທດ ປະຈຳປີ 2021 ໄດ້ຈັດຂຶ້ນຢູ່ເມືອງຊີໜິງ

lmcchina.org, October 26, 2021
Size:

ເພື່ອສະແດງໃຫ້ເຫັນເຖິງຜົນສຳເລັດໃນການແກ້ໄຂຄວາມທຸກຍາກ, ການປົກປັກຮັກສາລະບົບນິເວດ, ການເສີມຂະຫຍາຍຄວາມກ້າວໜ້າ ແລະ ຄວາມສາມັກຄີປອງດອງເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ ແລະ ການປົກຄອງຢູ່ຮາກຖານຂອງ 3 ແຂວງແລະເຂດປົກຄອງຕົນເອງ ຄື: ແຂວງຊິ່ງໄຫ, ແຂວງຢູນນານ ແລະ ເຂດປົກຄອງຕົນເອງຕິເບດ, ອົງການໂຄສະນາຂອງຄະນະກໍາມະການພັກກອມມູນິດຈີນແຂວງຊິ່ງໄຫໄດ້ລິເລີ່ມແລະຮ່ວມກັບອົງການໂຄສະນາຂອງຄະນະກໍາມະການພັກກອມມູນິດຈີນແຂວງຢູຸນນານ ແລະ ເຂດປົກຕອງຕົນເອງຕິເບດຈັດງານສຳພາດຂອງສື່ມວນຊົນຈີນແລະຕ່າງປະເທດ ປະຈຳປີ 2021 ຂອງປະເທດແມ່ນໍ້າລ້ານຊ້າງ-ແມ່ນນໍ້າຂອງ (LM) ທີ່ເມືອງຊີໜິງໃນວັນທີ 13 ຕຸລາຢ່າງເປັນທາງການ  ພາຍໃຕ້ຫົວຂໍ້ “ດື່ມນໍ້າແມ່ນ້ຳສາຍດຽວກັນ, ສົນທະນາມິດຕະພາບ LM ຮ່ວມກັນ”, ເຊິ່ງມີຈຸດປະສົງເພື່ອຊຸກຍູ້ກົນໄກການຮ່ວມມື LM ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ບອກເລົ່າເລື່ອງລາວທີ່ໜ້າປະທັບໃຈຢູ່ເຂດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັນສ້າງເວທີໃໝ່່ໃນການແລກປ່ຽນດ້ານວັດທະນະທຳ-ສັງຄົມຢູ່ເຂດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ຕະຫຼອດໄລຍະເວລາ 18 ວັນ, ມີນັກຂ່າວເກືອບໜຶ່ງຮ້ອຍຄົນທີ່ມາຈາກສໍານັກຂ່າວພາຍໃນ ແລະ ຕ່າງປະເທດຈຳນວນ 20 ກວ່າແຫ່ງ ໄດ້ເລີ່ມເດີນທາງຈາກຍອດແມ່ນ້ຳລ້ານຊ້າງລົງມາ, ແລ້ວເຂົ້າໄປຍັງກິ່ງແຂວງຢູ້ຊູ້ ແຂວງຊິ່ງໄຫ, ເມືອງສ່າງຕູ່ ເຂດປົກຄອງຕົນເອງຕິເບດ, ເມືອງຫຼິນຊ່າງ ແຂວງຢູຸນນານ ແລະ ສະຖານທີ່ອື່ນໆເພື່ອດໍາເນີນການສໍາພາດ ແລະ ລາຍງານຂ່າວ ໂດຍສຸມໃສ່ປິ່ນອ້ອມວຽກງານການພັດທະນາເສດຖະກິດ, ການປົກປັກຮັກສາລະບົບນິເວດ, ການແລກປ່ຽນທາງດ້ານວັດທະນະທໍາ-ສັງຄົມ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ວຽກງານອື່ນໆໃນເຂດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຊິ່ງກິດຈະກຳຄັ້ງນີ້ແມ່ນແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າ, ການແລກປ່ຽນດ້ານວັດທະນະທໍາ-ສັງຄົມ ແລະ ການຮ່ວມມືທີ່ເປັນຮູບປະທຳລະຫວ່າງບັນດາປະເທດ LM, ທັງເປັນການເພີ່ມປັດໄຈໃໝ່ ແລະ ສ້າງເວທີໃໝ່ຂຶ້ນມາໃຫ້ແກ່ການຮ່ວມມືໃນຂອບດັ່ງກ່າວ.

 

ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ມີແຫຼ່ງກໍາເນີດຈາກເມືອງຈາຕົ່ວ ກິ່ງແຂວງປົກຄອງຕົນເອງເຜົ່າຕິເບດ ຢູ້ຊູ ແຂວງຊິງໄຫ, ໄຫຼຜ່ານສອງແຂວງ ຄື: ຕິເບດ ແລະ ຢູນນານ, ແລ້ວໄຫຼອອກນອກປະເທດຢູ່ຈຸດກິ່ງແຂວງສິບສອງພັນນາ ເຊິ່ງເອີ້ນວ່າແມ່ນໍ້າຂອງ, ຈາກນັ້ນໄຫຼຜ່ານຫ້າປະເທດ ຄື: ມຽນມາ, ລາວ, ໄທ, ກໍາປູເຈຍ ແລະ ຫວຽດນາມ, ຄວາມຍາວທັງໝົດຂອງລຳແມ່ນ້ຳຂອງ ປະມານ 4.880 ກິໂລແມັດ, ເນື້ອທີ່ເຂດແດນທີ່ແມ່ນໍ້າໄຫຼຜ່ານມີທັງໝົດ 810.000 ຕາລາງກິໂລແມັດ.