ກອງປະຊຸມພັນທະພາບການຮ່ວມມືລະຫວ່າງຕົວເມືອງທ່ອງທ່ຽວ LM ຈະຈັດຂຶ້ນທີ່ນະຄອນສົງຊິ້ງ ໃນວັນທີ 20 ຕຸລາ 2021

lmcchina.org, October 26, 2021
Size:

ວັນທີ 15 ຕຸລາ 2021, ສູນຖະແຫຼງຂ່າວນະຄອນສົງຊິ້ງໄດ້ປະກາດວ່າ: “ກອງປະຊຸມພັນທະພາບການຮ່ວມມືລະຫວ່າງຕົວເມືອງທ່ອງທ່ຽວແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ແລະ ເວທີປາໄສຂັ້ນເຈົ້າຄອງນະຄອນແລະເມືອງ ກ່ຽວກັບ ການທ່ອງທ່ຽວດ້ານວັດທະນະທໍາ LM” ຈະຈັດຂຶ້ນຢູ່ທີ່ນະຄອນສົງຊິ້ງໃນວັນທີ 20 ຫາ 22 ຕຸລານີ້.

ກອງປະຊຸມຄັ້ງນີ້ ຈະດໍາເນີນພາຍໃຕ້ຮູບແບບອອນລາຍ ແລະ ອອຟລາຍໄປພ້ອມກັນ, ໂດຍຈະມີການນໍາຈາກກະຊວງທີ່ກ່ຽວຂ້ອງ, ທູຕານຸທູດຈາກ 5 ປະເທດແມ່ນໍ້າຂອງ ປະຈໍາ ສປ ຈີນ ແລະ ຜູ້ຕາງໜ້າຂອງອົງການທີ່ຮັບຜິດຊອບວຽກງານການທ່ອງທ່ຽວ-ວັດທະນະທໍາ, ຜູ້ຕາງໜ້າຈາກອຳນາດການປົກຄອງທ້ອງຖິ່ນ 20 ກວ່າຕົວເມືອງພາຍໃນປະເທດຈີນ ແລະ ຕ່າງປະເທດທີ່ເປັນສະມາຊິກຊຸດທໍາອິດຂອງພັນທະພາບການຮ່ວມມືຕົວເມືອງທ່ອງທ່ຽວ LM, ມີຊ່ຽວຊານ ແລະ ນັກວິຊາການທັງພາຍໃນ ແລະ ຕ່າງປະເທດທີ່ມີຊື່ສຽງ, ຜູ້ຕາງໜ້າຂອງບັນດາວິສາຫະກິດທີ່ມີຊື່ສຽງ ແລະ ແຂກຜູ້ມີກຽດທີ່ສຳຄັນຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

  ກອງປະຊຸມຄັ້ງນີ້ ແມ່ນງານມະຫາກຳການທ່ອງທ່ຽວ-ວັດທະນະທໍາລະດັບສາກົນເທື່ອທໍາອິດ ຂອງອະນຸພາກພື້ນແມ່ນໍ້າຂອງທີ່ຈັດຂຶ້ນຢູ່ນະຄອນສົງຊິ້ງ. ໃນໄລຍະດຳເນີນກອງປະຊຸມ, ຍັງຈະມີການຄົ້ນຄວ້າພິຈາລະນາປະກອບເປັນເອກະສານທີ່ກ່ຽວຂ້ອງກັບການຮ່ວມມືຂອງພັນທະພາບດັ່ງກ່າວ, ປັບປຸງຍົກລະດັບການກໍ່ສ້າງກົນໄກພັນທະພາບຂອງການຮ່ວມມືລະຫວ່າງຕົວເມືອງທ່ອງທ່ຽວ LM ແລະ ເຮັດໃຫ້ການຮ່ວມມືພາຍໃຕ້ຂອບດັ່ງກ່າວໄດ້ຮັບການພັດທະນາຢ່າງເປັນລະບຽບ ແລະ ແຂງແຮງ.  

ໃນໄລຍະກອງປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມຈະລົງເລິກສົນທະນາ ແລະ ແລກປ່ຽນຄຳຄິດເຫັນຮ່ວມກັນ ກ່ຽວກັບ 3 ຫົວຂໍ້ ຄື: “ການຟື້ນຟູການທ່ອງທ່ຽວພາຍຫຼັງການລະບາດຂອງພະຍາດໂຄວິດ-19 ກັບ ກົນໄກການປະສານງານດ້ານຄວາມປອດໄພ”, “ການຮ່ວມມືລະຫວ່າງຕົວເມືອງ LM ກັບ ການຫັນເປັນສາກົນຂອງຕົວເມືອງບໍ່ຕິດກັບທະເລ” ແລະ “ການພັດທະນາການທ່ອງທ່ຽວກັບການພັດທະນາຊົນນະບົດ” ເພື່ອເປັນການສະໜັບສະໜູນທາງດ້ານສະຕິປັນຍາໃຫ້ແກ່ການພັດທະນາທີ່ມີຄຸນນະພາບສູງຂອງຂະແໜງການທ່ອງທ່ຽວວັດທະນະທຳໃນອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ນອກນັ້ນ, ກອງປະຊຸມຄັ້ງນີ້ ຍັງຈະຈັດງານສະແດງສິລະປະ-ວັດທະນະທຳລະຫວ່າງຊາວໜຸ່ມຈາກບັນດາປະເທດ LM, ຈັດກອງປະຊຸມສົ່ງເສີມການທ່ອງທ່ຽວວັດທະນະທຳຢູ່ບັນດາຕົວເມືອງທ່ອງທ່ຽວ LM, ກອງປະຊຸມພົບປະສົນທະນາລະຫວ່າງນັກທຸລະກິດການທ່ອງທ່ຽວວັດທະນະທຳ LM, ງານແລກປ່ຽນການທ່ອງທ່ຽວວັດທະນະທຳ ພາຍໃຕ້ຫົວຂໍ້ “ລາຕີເຂດເກົ້າລົງຜໍ່”,  ງານວາງສະແດງຮູບພາບຫົວຂໍ້ LM, ງານວາງສະແດງ ແລະ ສຳຜັດມໍລະດົກວັດທະນະນຳທີ່ບໍ່ເປັນວັດຖຸຂອງນະຄອນສົງຊິ້ງ ແລະ ກິດຈະກໍາທີ່ເປັນເອກະລັກອື່ນໆ.