ສຳ​ເລັດ​ການ​​ປະ​ຕິ​ບັດ​ກົດ​ໝາຍ ​ແລະ​ລາດ​ຕະ​ເວນຮ່ວມຕາມ​ເຂດ​ລ້ອງ​ແມ່​ນ້ຳ​ຂອງຄັ້ງ​ທີ 110

CRI, October 25, 2021
Size:

ເວລາ 12:30 ໂມງຂອງວັນທີ 22 ຕຸລານີ້, ເຮືອປະຕິບັດກົດໝາຍສອງລຳຂອງຈີນທີ່ເຂົ້າຮ່ວມການປະຕິບັດກົດໝາຍ ແລະລາດຕະເວນຮ່ວມຕາມເຂດລ້ອງແມ່ນ້ຳຂອງຈີນ, ລາວ, ມຽນມາ ແລະ ໄທ ໄດ້ເດີນເຮືອກັບແລະເຂົ້າທຽບທ່າເຮືອກ່ວນເຫຼີຍ ສປ ຈີນ; ເຮືອປະຕິບັດກົດໝາຍຂອງລາວ ແລະ ມຽນມາ ທີ່ເຂົ້າຮ່ວມການເຄື່ອນໄຫວເທື່ອນີ້ ກໍໄດ້ເດີນທາງກັບຄືນປະເທດຕົນຢ່າງສະດວກແລ້ວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການປະຕິບັດກົດໝາຍ ແລະລາດຕະເວນຮ່ວມຄັ້ງທີ 110 ໄດ້ສິ້ນສຸດລົງແລ້ວ.

ຂ່າວລາຍງານວ່າ, ການປະຕິບັດກົດໝາຍ ແລະລາດຕະເວນຮ່ວມເທື່ອນີ້ ໃຊ້ເວລາ 4 ວັນ 3 ຄືນ, ເດີນເຮືອ 500 ກວ່າກິໂລແມັດ, 4 ປະເທດດັ່ງກ່າວໄດ້ສົ່ງເຮືອໄປປະຕິບັດໜ້າທີ່ທັງໝົດ 4 ລຳ, ພະນັກງານປະຕິບັດກົດໝາຍມີ 81 ຄົນ, ດຳເນີນການລາດຕະເວນຮ່ວມຕະຫຼອດສາຍນ້ຳ ແຕ່ຕາແສງຈິງຮາ ສປ ຈີນຮອດເຂດສາມຫຼ່ຽມຄຳ, ແລະຢູ່ເຂດນ້ຳຕ່າງໆ ເຊັ່ນ: ບ້ານມອມ, ບ້ານຊຽງກົກ ສປປ ລາວ ແລະເຂດນ້ຳອື່ນໆ ເພື່ອປາບປາມການກະທຳຜິດກົດໝາຍປະເພດຕ່າງໆ ແລະ ປົກປັກຮັກສາສະຖຽນລະພາບແລະຄວາມໝັ້ນຄົງຕາມເຂດລ້ອງແມ່ນ້ຳຂອງ.