ຝົນ​ຕົກ​ແຮງ​ເຮັດ​ໃຫ້ບູ​ຮານສະ​ຖານຫຼາຍ​ແຫ່ງ​ໃນ​ປະ​ເທດ​ໄທ​ຖືກ​ທຳ​ລາຍ

CRI, October 25, 2021
Size:

ວັນທີ 20 ຕຸລານີ້,ເຈົ້າໜ້າທີ່ກະຊວງວັດທະນະທຳຂອງໄທກ່າວວ່າ: ປັດຈຸບັນ ບູຮານສະຖານຫຼາຍແຫ່ງຂອງໄທຖືກທຳລາຍຍ້ອນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ,ພາກສ່ວນປົກປັກຮັກສາວັດຖຸບູຮານແຫ່ງຕ່າງໆໄດ້ແຈ້ງສະພາບການທີ່ກ່ຽວຂ້ອງຕາມລຳດັບ. ໂດຍໄດ້ຮັບຜົນກະທົບຈາກລະດັບໜ້ານ້ຳຂອງແມ່ນ້ຳເຈົ້າພະຍາສູງຂຶ້ນ,ລະບົບລະບາຍນ້ຳຢູ່ວັດອາລຸນ ເຊິ່ງເປັນທິວທັດທີ່ເປັນສັນຍະລັກຂອງບາງກອກທີ່ຕັ້ງຢູ່ແຄມຝັ່ງແມ່ນ້ຳເຈົ້າພະຍາໄດ້ເກີດມີບັນຫາທີ່ ນ້ຳໄຫຼເຂົ້າ, ເຊິ່ງເຮັດໃຫ້ທົ່ວບໍລິເວນດັ່ງກ່າວຖືກນ້ຳຖ້ວມໝົດ.

ນອກນີ້ແລ້ວ, ບູຮານສະຖານຫຼາຍແຫ່ງໃນສວນສາທາລະນະບູຮານສະຖານຂອງ ພະນະຄອນສີອາຍຸທະຍາ ທາງພາກກາງຂອງໄທກໍ່ຖືກນ້ຳຖ້ວມແລ້ວກໍໄດ້ຮັບຜົນກະທົບໃນລະດັບຕ່າງກັນ. ນະຄອນ ຣາຊະສີມາ ທາງພາກຕາເວັນອອກສຽງເໜືອໄດ້ປະສົບກັບໄພນ້ຳຖ້ວມຢ່າງໜັກໜ່ວງ, ມີບູຮານສະຖານຫຼາຍແຫ່ງຖືກນ້ຳຖ້ວມຈົນໝົດ.

ຂ່າວແຈ້ງອີກວ່າ:ຫວ່າງມໍ່ໆນີ້ ທ່ານຕານຄັດ ຫົວໜ້າສາຂາພູກັນຂອງກົມຄົ້ນຄວ້າບູຮານະຄະດີແລະຫໍພິພິທະພັນແຫ່ງຊາດກະຊວງວຽກງານສາສະໜາແລະວັດທະນະທຳມຽນມາໄດ້ກ່າວຕໍ່ສື່ມວນຊົນວ່າ: ລະດູຝົນປີ2021ຢູ່ມຽນມາໃກ້ຈະສິ້ນສຸດລົງແລ້ວ, ເຂດພູກັນມີຝົນຕົກຫຼາຍກວ່າເວລາດຽວກັນຂອງຫຼາຍປີທີ່ຜ່ານມາ, ມີພະທາດສາສະໜາພຸດ 50 ກວ່າອົງຖືກທຳລາຍ, ວຽກງານປົວແປງພະທາດຈະຈັດຂຶ້ນຫຼັງລະດູຝົນສິ້ນສຸດລົງ.