ນະ​ຄອນ​ຫຼວງ​ບາງກອກ​ຂອງ​ໄທ​ອາດ​ຈະ​ຟື້ນ​ຟູ​ການ​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ

CRI, October 22, 2021
Size:

      ວັນທີ 19 ຕຸລານີ້, ໂຄສົກຫ້ອງວ່າການປົກຄອງນະຄອນຫຼວງບາງກອກປະເທດໄທກ່າວວ່າ: ປັດຈຸບັນ, ປະຊາຊົນຈຳນວນ 5,44 ລ້ານຄົນໃນຈຳນວນປະຊາກອນ 7,70 ລ້ານຄົນຢູ່ນະຄອນຫຼວງບາງກອກໄດ້ສັກວັກຊີນໂຄວິດ-19 ສອງເຂັມສຳເລັດແລ້ວ,ກວມ 70,6% ຂອງປະຊາກອນທັງໝົດຂອງນະຄອນຫຼວງບາງກອກ.

      ໂຄສົກທ່ານນີ້ກ່າວວ່າ: ອັດຕາການສັກວັກຊີນໂຄວິດ-19 ກວມ 70% ແມ່ນໜຶ່ງໃນເງື່ອນໄຂທີ່ລັດຖະບານກຳນົດໄວ້ໃນການເປີດປະເທດແລະຟື້ນຟູການຕ້ອນຮັບນັກທ່ອງທ່ຽວສາກົນ, ປັດຈຸບັນ, ນະຄອນຫຼວງບາງກອກໄດ້ກຽມພ້ອມເປັນຢ່າງດີທີ່ຈະຕ້ອນຮັບນັກທ່ອງທ່ຽວສາກົນ.

      ກ່ອນໜ້ານີ້, ທ່ານ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ປະກາດວ່າ: ນັບແຕ່ວັນທີ 1 ພະຈິກໜ້ານີ້ເປັນຕົ້ນໄປ, ຜູ້ຄົນທີ່ມາຈາກປະເທດທີ່ມີຄວາມສ່ຽງຕ່ຳໃນການແຜ່ລະບາດຂອງພະຍາດໂຄວິດ-19 ແລະໄດ້ສັກວັກຊີນໂຄວິດ-19 ແລ້ວ,ເມື່ອເດີນທາງເຂົ້າໄທແລ້ວກໍ່ສາມາດຍົກເວັ້ນມາດຕະການກັກບໍລິເວນ, ບັນຊີລາຍຊື່ ນັກທ່ອງທ່ຽວຊຸດທຳອິດທີ່ໄດ້ຮັບການຍົກເວັ້ນການກັກບໍລິເວນຫຼັງເຂົ້າແດນໄທແລ້ວລວມມີ: ຈີນ, ສິງກະໂປ,ອັງກິດ,ເຢຍລະມັນແລະປະເທດອື່ນໆ. ຂະນະດຽວກັນ, ລັດຖະບານໄທຍັງໄດ້ຮຽກຮ້ອງໃຫ້ຕົວເມືອງແລະເຂດແຄວ້ນທີ່ຈະຟື້ນຟູການຕ້ອນຮັບນັກທ່ອງທ່ຽວສາກົນຕ້ອງບັນລຸມາດຕະຖານການສັກວັກຊີນຢ່າງຄົບຖ້ວນ.