ມຽນ​ມາ​ອາດ​ຈະ​ເປີດ​ບໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽວ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຄືນ​ໃໝ່​ໃນ​ຕົ້ນ​ປີ 2022

CRI, October 22, 2021
Size:

      ວັນທີ 18 ຕຸລານີ້, ສື່ມວນຊົນມຽນມາໄດ້ອ້າງອີງຕາມຄຳເວົ້າຂອງທ່ານ ທີອອງ ລັດຖະມົນຕີກະຊວງທ່ອງທ່ຽວມຽນມານຳມາລາຍງານວ່າ: ພາກສ່ວນດັ່ງກ່າວພວມວາງແຜນການຕາມມາດຕະການດ້ານການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຢ່າງເຄັ່ງຄັດ,ໂດຍຈະເປີດບໍລິການດ້ານການທ່ອງທ່ຽວສຳລັບນັກທ່ອງທ່ຽວຕ່າງປະເທດຄືນໃໝ່ໃນໄຕມາດທີໜຶ່ງຂອງປີ 2022, ເຊິ່ງການເປີດບໍລິການໄລຍະທຳອິດນີ້ມີເປົ້າໝາຍແມ່ນນັກທ່ອງທ່ຽວປະເທດອາຊຽນ.

      ທ່ານ ທີອອງ ກ່າວວ່າ: ພາກສ່ວນການທ່ອງທ່ຽວຂອງມຽນມາພວມປຶກສາຫາລືແຜນການແກ້ໄຂການທ່ອງທ່ຽວຟອງສະບູ່ກັບຝ່າຍໄທ,ຂະນະດຽວກັນກໍ່ມີແຜນຈະເປີດບໍລິການຂະແໜງການທ່ອງທ່ຽວໄລຍະທຳອິດສຳລັບນັກທ່ອງທ່ຽວຫວຽດນາມ,ລາວແລະກຳປູເຈຍໃນໄຕມາດທີໜຶ່ງຂອງປີ 2022, ຄາດວ່າຈະຕ້ອນຮັບນັກທ່ອງທ່ຽວ 3 ແສນຄົນໃນໄລຍະນີ້.

      ຂ່າວແຈ້ງວ່າ: ມຽນມາໄດ້ຢຸດຕິການອອກວີຊ່າໃຫ້ກັບຄົນຕ່າງປະເທດມາໂດຍຕະຫຼອດນັບແຕ່ເດືອນມີນາປີ 2020 ຈົນຮອດປັດຈຸບັນນີ້,ພ້ອມທັງໄດ້ເກືອດຫ້າມເຮືອບິນໂດຍສານສາກົນເຂົ້າແດນມຽນມາ.