ເລີ່ມ​ດຳເນີນການ​ລາດ​ຕະ​ເວນ​ຮ່ວມ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ຂອງ​ລະ​ຫວ່າງຈີນ,ລາວ,ມຽນ​ມາ​ແລະ​ໄທ​ຄັ້ງ​ທີ 110

CRI, October 21, 2021
Size:

      ພະແນກປ້ອງກັນຄວາມສະຫງົບແຂວງຢຸນນານໄດ້ໃຫ້ຮູ້ວ່າ: ການລາດຕະເວນຮ່ວມຢູ່ລ້ອງແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະ ໄທຄັ້ງທີ 110 ໄດ້ເລີ່ມຂຶ້ນໃນວັນທີ 19 ຕຸລານີ້. ເວລາ 9 ໂມງເຊົ້າມື້ດັ່ງກ່າວ, ເຮືອລາດຕະເວນຂອງຈີນສອງລຳທີ່ເຂົ້າຮ່ວມການເຄື່ອນໄຫວໄດ້ແລ່ນອອກຈາກທ່າເຮືອຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານ, ແລ້ວຈະໄປສົມທົບກັບເຮືອລາດຕະເວນຂອງລາວແລະມຽນມາຢູ່ເຂດທ່າເຮືອຊຽງກົກປະເທດລາວແລະທ່າເຮືອມຽນມາເພື່ອສືບຕໍ່ດຳເນີນການເຄື່ອນໄຫວລາດຕະເວນຮ່ວມກັນ.

      ຂ່າວແຈ້ງວ່າ: ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ, ການລາດຕະເວນຮ່ວມຄັ້ງນີ້ຈະດຳເນີນໂດຍຜ່ານການປະສົມປະສານທາງບົກແລະທາງນ້ຳແບບຮັກສາໄລຍະຫ່າງທາງສັງຄົມຄືເກົ່າ. ພາກສ່ວນປະຕິບັດກົດໝາຍທີ່ກ່ຽວຂ້ອງຂອງ 4 ຝ່າຍຕ່າງກໍ່ສົ່ງເຈົ້າໜ້າທີ່ປະຕິບັດກົດໝາຍເຂົ້າຮ່ວມໂດຍໃຊ້ວິທີການລາດຕະເວນແບບເປັນແຕ່ລະຕອນ ແລະ ການລາດຕະເວນໝົດລ້ອງນ້ຳຂອງແບບປະສົມປະສານກັນເພື່ອເພີ່ມທະວີການລາດຕະເວນ, ຄວບຄຸມແລະຄຸ້ມຄອງຢູ່ນ່ານນ້ຳທີ່ສຳຄັນຂອງແມ່ນ້ຳຂອງ, ພ້ອມທັງດຳເນີນການເຄື່ອນໄຫວປະຕິບັດກົດໝາຍທີ່ກ່ຽວຂ້ອງຢູ່ຕາມແຄມຝັ່ງແມ່ນ້ຳຂອງ, ທັງສຸມທຸກກຳລັງເພື່ອຮັບປະກັນຄວາມປອດໄພແລະສະຖຽນສະພາບຢູ່ເຂດດັ່ງກ່າວ.