ແມ່​ມານ​ເກືອບ 5000 ຄົນ​ຢູ່​ໄທ​ຕິດ​ພະ​ຍາດ​ໂຄວິດ-19 ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ໄດ້​ຮຽກ​ຮ້ອງ​ໃຫ້ໄປ​ສັກ​ວັກ​ຊີນໂດຍ​ໄວ

CRI, October 20, 2021
Size:

     ເຈົ້າໜ້າທີ່ກະຊວງສາທາລະນະສຸກໄທໄດ້ເປີດເຜີຍໃຫ້ຮູ້ໃນວັນທີ 18 ຕຸລານີ້ວ່າ: 6 ເດືອນທີ່ຜ່ານມານີ້, ໄທມີແມ່ມານ 4778 ຄົນໄດ້ຕິດໄວຣັດໂຄວິດ-19, ໃນນັ້ນ, ແມ່ມານ 95 ຄົນເສຍຊີວິດ, ລູກໃນຄັນ 46 ຄົນເສຍຊີວິດ. ແມ່ມານທີ່ຕິດໄວຣັດໂຄວິດ-19ສ່ວນໃຫຍ່ແມ່ນຢູ່ນະຄອນຫລວງບາງກອກ ແລະເຂດອ້ອມຂ້າງທີ່ມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19ທີ່ໜັກໜ່ວງ, ແມ່ມານທີ່ເສຍຊີວິດເກືອບໝົດທຸກຄົນບໍ່ໄດ້ສັກວັກຊີນ. ຄາດຄະເນວ່າ: ຮອດທ້າຍປີນີ້, ຈະມີແມ່ມານທີ່ຖືພາ 12 ອາທິດຂຶ້ນໄປຢູ່ໄທເກືອບ 3 ແສນຄົນ, ກ່ອນໜ້ານີ້, ກະຊວງສາທາລະນະສຸກໄທໄດ້ຮຽກຮ້ອງໃຫ້ແມ່ມານທີ່ຖືພາ 12 ອາທິດຂຶ້ນໄປສັກວັກຊີນໂດຍໄວ, ເພື່ອຫລຸດອັດຕາອາການໜັກ ແລະເສຍຊີວິດພາຍຫລັງຕິດໄວຣັດໂຄວິດ-19, ເພື່ອປົກປັກຮັກສາຄວາມປອດໄພດ້ານຊີວິດຂອງຕົນເອງ ແລະລູກໃນຄັນ.

     ປັດຈຸບັນ, ທົ່ວປະເທດໄທມີແມ່ມານ 7,5 ໝື່ນຄົນໄດ້ສັກວັກຊີນແລ້ວ, ກວມ ປະມານ25%. ເຈົ້າໜ້າທີ່ດັ່ງກ່າວກ່າວຕື່ມວ່າ: ແມ່ຍິງທີ່ຢູ່ໃນໄລຍະໃຫ້ນົມລູກນັ້ນເມື່ອສັກວັນຊີນກໍມີຄວາມປອດໄພເຊັ່ນກັນ, ທ່ານຮຽກຮ້ອງໃຫ້ແມ່ມານທົ່ວປະເທດໄປສັກວັກຊີນໂດຍໄວ.