ລະ​ບົບ​ສາຍ​ສົ່ງ​ກາງ​ຫາວ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສົ່ງ​ກ​ະ​ແສໄຟ​ຟ້າ​ຄັ້ງ​ທຳ​ອິດ

CRI, October 19, 2021
Size:

ລະບົບສາຍສົ່ງກາງຫາວຂອງເສັ້ນທາງລົດໄຟຈີນ-ລາວປະສົບຜົນສຳເລັດໃນການສົ່ງກະແສໄຟຟ້າຄັ້ງທຳອິດ_fororder_jiechuwang

     ເວລາ 10 ໂມງຂອງວັນທີ 17 ຕຸລານີ້ ຕາມເວລາທ້ອງຖິ່ນ, ໂຄງການລະບົບສາຍສົ່ງກາງຫາວຂອງເສັ້ນທາງລົດໄຟຈີນ-ລາວທີ່ຮັບເໝົາກໍ່ສ້າງໂດຍຂະແໜງໄຟຟ້າອູຮັ້ນທີ່ຂຶ້ນກັບບໍລິສັດທາງລົດໄຟຈີນ ແລະອອກແບບໂດຍກຸ່ມບໍລິສັດຈົ່ງເຖຍເອີ້ຢ້ວນ ໄດ້ປະສົບຜົນສຳເລັດໃນການສົ່ງກະແສໄຟຟ້າຄັ້ງທຳອິດ, ສາຍສົ່ງກະແສໄຟຟ້າ ລະບົບສາຍສົ່ງ ແລະອຸປະກອນທີ່ກ່ຽວຂ້ອງທັງໝົດລ້ວນແຕ່ເຮັດວຽກຢ່າງເປັນປົກກະຕິດີ.

     ຂອບເຂດການສົ່ງກະແສໄຟຟ້າໃນຄັ້ງນີ້ລວມມີສະຖານີລົດໄຟ 20 ແຫ່ງທີ່ລຽບຕາມທາງລົດໄຟຈີນ-ລາວເຊັ່ນ: ສະຖານີບໍ່ເຕນ ເມືອງໄຊ ຫຼວງພະບາງ ກາສີ ວຽງຈັນ ແລະອື່ນໆ ພ້ອມທັງທາງລົດໄຟທີ່ມີຄວາມຍາວ 422,441 ກີໂລແມັດ. ການສົ່ງກະແສໄຟຟ້າໃນຄັ້ງນີ້ໄດ້ດຳເນີນໄປຢ່າງສະດວກ, ລະບົບສາຍສົ່ງກະແສໄຟຟ້າມີສະພາບການເຮັດວຽກເປັນປົກກະຕິດີ, ໝໍ້ແບ່ງ(transformer)ໄດ້ເຮັດວຽກຢ່າງເປັນປົກກະຕິ, ເຕັກນິກດ້ານຕ່າງໆລ້ວນແຕ່ສາມາດຕອບສະໜອງຄວາມຕ້ອງການໃນການອອກແບບແລະສອດຄ່ອງກັບມາດຕະຖານການກໍ່ສ້າງ.

     ການສົ່ງກະແສໄຟຟ້າໃນຄັ້ງນີ້, ເປັນການສ້າງເງື່ອນໄຂໃຫ້ແກ່ການທົດລອງແລ່ນລົດໄຟ ແລະວຽກງານກວດກາໃນເວລາລົດແລ່ນທີ່ຈະປະຕິບັດງານໃນຕໍ່ໜ້ານີ້, ຍັງໄດ້ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການເປີດນຳໃຊ້ທາງລົດໄຟຈີນ-ລາວໃນເດືອນທັນວາປີນີ້ຕາມເວລາກຳນົດ.