ຈັດ​ງານ​ວາງສະ​ແດງ​ການທ່ອງ​ທ່ຽວ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນປີ 2021

CRI, October 19, 2021
Size:

ຈັດງານວາງສະແດງການທ່ອງທ່ຽວຂອງງານວາງສະແດງສິນຄ້າຈີນ-ອາຊຽນປີ 2021_fororder_微信图片_20211017151501

    ຫວ່າງມໍ່ໆມານີ້, ງານວາງສະແດງການທ່ອງທ່ຽວຂອງງານວາງສະແດງສິນຄ້າຈີນ-ອາຊຽນປີ 2021 ໄດ້ຈັດຂຶ້ນຢູ່ນະຄອນກຸ້ຍລີນ ເຂດກວາງຊີສປຈີນ ໂດຍມີຫົວຂໍ້ວ່າ: ລົງເລິກການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ", ຊຸກຍູ້ການທ່ອງທ່ຽວໃຫ້ພັດທະນາຢ່າງມີຄຸນນະພາບສູງ.

ຈັດງານວາງສະແດງການທ່ອງທ່ຽວຂອງງານວາງສະແດງສິນຄ້າຈີນ-ອາຊຽນປີ 2021_fororder_微信图片_20211017151510

    ງານວາງສະແດງການທ່ອງທ່ຽວຄັ້ງນີ້ຈະສຸມກຳລັງຈັດຕັ້ງປະຕິບັດຄວາມຮຽກຮ້ອງທີ່ກ່ຽວຂ້ອງທີ່ລະບຸໄວ້ໃນ “ວິໄສທັດຮອດປີ 2030 ຂອງການພົວພັນຄູ່ຮ່ວມຍຸດທະສາດຈີນ-ອາຊຽນ”, ເຊື່ອມໂຍງເຂົ້າກັບການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງເລິກເຊິ່ງ, ຮັບໃຊ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນຢ່າງສະໜິດແໜ້ນກວ່າເກົ່າ ແລະ ຊຸກຍູ້ໃຫ້ການຮ່ວມມືດ້ານການທ່ອງທ່ຽວ “10+1” ຂະຫຍາຍໄປສູ່ປະເທດຕ່າງໆທີ່ຢູ່ຕາມ “ໜຶ່ງແລວໜຶ່ງເສັ້ນທາງ”.

ຈັດງານວາງສະແດງການທ່ອງທ່ຽວຂອງງານວາງສະແດງສິນຄ້າຈີນ-ອາຊຽນປີ 2021_fororder_微信图片_20211017151514

     ນັບແຕ່ງານວາງສະແດງການທ່ອງທ່ຽວຂອງງານສະແດງສິນຄ້າຈີນ-ອາຊຽນຈັດຂຶ້ນຢູ່ນະຄອນກຸ້ຍລີນເປັນຄັ້ງທຳອິດເປັນຕົ້ນມາ, ຮອດປັດຈຸບັນ ໄດ້ຈັດ 6 ຄັ້ງຢ່າງສຳເລັດຜົນແລ້ວ, ໄດ້ກາຍເປັນງານມະຫາກຳທີ່ເຮັດໃຫ້ການທ່ອງທ່ຽວຈີນ ແລະ ຕ່າງປະເທດເສື່ອມຈອດກັນ,ແລກປ່ຽນກັນ ແລະ ຮ່ວມມືກັນ ມີ 10 ປະເທດອາຊຽນເຂົ້າຮ່ວມງານສະແດງໝົດ, ເຊິ່ງເປັນງານວາງສະແດງສະເພາະງານທຳອິດໃນງານວາງສະແດງສິນຄ້າຈີນ-ອາຊຽນທີ່ໄດ້ບັນລຸເປົ້າໝາຍດັ່ງກ່າວ.