ສູນ​ຄວບ​ຄຸມ​ການ​ເດີນ​ລົດ​ໂຄງການ​ລົດ​ໄຟຈີນ-​ລາວ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ

CRI, October 18, 2021
Size:

ສູນຄວບຄຸມການເດີນລົດໂຄງການລົດໄຟຈີນ-ລາວເປີດນຳໃຊ້ຢ່າງເປັນທາງການ_fororder_微信图片_20211017150316

     ຫວ່າງມໍ່ໆມານີ້, ສູນຄວບຄຸມການເດີນລົດໂຄງການລົດໄຟຈີນ-ລາວທີ່ຕັ້ງຢູ່ສະຖານີລົດໄຟວຽງຈັນໄດ້ເປີດນຳໃຊ້ຢ່າງເປັນທາງການ ເຊິ່ງເປັນການສ້າງພື້ນຖານທີ່ອັນໜັກແໜ້ນໃຫ້ແກ່ການເປີດນຳໃຊ້ທາງລົດໄຟຈີນ-ລາວຢ່າງມີຄຸນນະພາບສູງ.

ສູນຄວບຄຸມການເດີນລົດໂຄງການລົດໄຟຈີນ-ລາວເປີດນຳໃຊ້ຢ່າງເປັນທາງການ_fororder_微信图片_20211017150321

     ຫຼັງຈາກສູນຄວບຄຸມການເດີນລົດເປີດນຳໃຊ້ແລ້ວ, ພະນັກງານຄວບຄຸມການເດີນລົດສາມາດອອກຄຳສັ່ງຕ່າງໆໄດ້ໂດຍຜ່ານຄອມພິວເຕີ ເຊັ່ນ: ການເດີນລົດຕໍ່ໄປ,ສະຖານີທີ່ຈະຮອດ, ຖ້ຽວລົດ, ໄລຍະທາງການເດີນລົດ ແລະ ຄວາມໄວການເດີນລົດເປັນຕົ້ນ, ເຊິ່ງມີບົດບາດສຳຄັນເປັນຂໍກະແຈເພື່ອຮັບປະກັນການເດີນລົດຢ່າງປອດໄພ ແລະ ມີປະສິດທິພາບສູງ.

     ທາງລົດໄຟຈີນ-ລາວທິດເໜືອເລີ່ມແຕ່ນະຄອນຄຸນມີງ ເທດສະບານແຂວງຢຸນນານຈີນ, ທິດໃຕ້ລົງຮອດນະຄອນຫຼວງວຽງຈັນສປປລາວ. ໃນນັ້ນ, ຕອນທາງລົດໄຟຢູ່ໃນແດນລາວຍາວ 422,4 ກິໂລແມັດ, ລ້ວນແຕ່ນຳໃຊ້ມາດຖານເຕັກນິກຂອງຈີນ, ນຳໃຊ້ເຄື່ອງອຸປະກອນຂອງຈີນ ແລະ ຕິດຕໍ່ກັບເຄືອຂ່າຍທາງລົດໄຟຂອງຈີນ.