ງານສັບປະດາໂທລະພາບ ຈີນ-ອາຊຽນ ໄດ້ເຊື້ອເຊີນປະເທດອາຊຽນເປັນເຈົ້າພາບຮ່ວມ ເປັນຄັ້ງທໍາອິດ

lmcchina.org, October 17, 2021
Size:

ວັນທີ 9 ຕຸລາ ນີ້, ຫ້ອງການຖະແຫຼງຂ່າວ ຂອງ ອໍານາດການປົກຄອງປະຊາຊົນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອປະກາດການຈັດຕັ້ງງານສັບປະດາໂທລະພາບ ຈີນ-ອາຊຽນ ຄັ້ງທີ 3 ໃນລະຫວ່າງວັນທີ 27 ຕຸລາ ຫາ ວັນທີ 2 ພະຈິກ ທີ່ນະຄອນນານນິງ ເຂດກວາງຊີ ສປ ຈີນ.

ງານສັບປະດາໂທລະພາບ ຈີນ-ອາຊຽນ ຄັ້ງທີ 3 ແມ່ນຮ່ວມກັນເປັນເຈົ້າພາບຈັດໂດຍກົມໃຫຍ່ໂທລະພາບ-ວິທະຍຸກະຈາຍສຽງແຫ່ງປະເທດຈີນ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ແລະ ອໍານາດການປົກຄອງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ. ປີນີ້ແມ່ນປີທີ່ປະເທດຈີນໄດ້ສ້າງຕັ້ງສາຍພົວພັນສົນທະນາກັບອາຊຽນຄົບຮອບ 30 ປີ ກໍຄື ປີທີ່ປະເທດຈີນ ແລະ ປະເທດລາວໄດ້ສ້າງຕັ້ງສາຍພົວພັນດ້ານການທູດຄົບຮອບ 60 ປີ, ຍ້ອນແນວນັ້ນ ງານສັບປະດາໂທລະພາບຄັ້ງນີ້ ຈຶ່ງໄດ້ເປັນກຽດເຊື້ຶອເຊີນກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ເປັນເຈົ້າພາບຮ່ວມ, ເຊິ່ງຖືວ່າເປັນຄັ້ງທໍາອິດທີ່ງານສັບປະດາໂທລະພາບດັ່ງກ່າວນີ້ໄດ້ຮ່ວມກັບປະເທດອາຊຽນຈັດຂຶ້ນ.

ທ່ານ ນາງ ຢຽນໜີ (Yan Ni), ຮອງຫົວໜ້າກົມການຮ່ວມມືສາກົນ, ກົມໃຫຍ່ໂທລະພາບ-ວິທະຍຸກະຈາຍສຽງແຫ່ງຊາດຈີນ ໄດ້ແນະນໍາວ່າ ງານສັບປະດາໂທລະພາບຄັ້ງທີ 3 ທີ່ຈະດຳເນີນໄປພາຍໃຕ້ຫົວຂໍ້ ການຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ເຊື່ອມໂຍງດ້ານນະວັດຕະກໍາ ຈະແນໃສ່ສະແດງເຖິງຄວາມພະຍາຍາມຮ່ວມກັນ ລະຫວ່າງ ສປ ຈີນ ແລະ ປະເທດອາຊຽນ ໃນການຜ່ານຜ່າຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ໝາກຜົນອັນອຸດົມສົມບູນຂອງການຮ່ວມມືທາງດ້ານໂທລະພາບກະຈາຍສຽງນັບມື້ເລິກເຊິ່ງຂຶ້ນ, ຕັ້ງໜ້າຄົ້ນຄວ້າ ແລະ ມຸ່ງໜ້າໄປສູ່ການຮ່ວມມື ກໍຄື ການພັດທະນາໃນອະນາຄົດ ເວົ້າສະເພາະ ແມ່ນຈະມີການຈັດຕັ້ງກິດຈະກໍາຕ່າງໆທັງໝົດ 5 ກິດຈະກໍາຢ່າງເປັນລະບົບ, ເຊັ່ນ: ພິທີເປີດງານສັບປະດາໂທລະພາບ ກໍຄື ພິທີປິດຄ້າຍບໍາລຸງສ້າງພິທີກອນຊາວໜຸ່ມ ຈີນ-ອາຊຽນ, ຄ້າຍບໍາລຸງສ້າງພິທີກອນຊາວໜຸ່ມ ຈີນ-ອາຊຽນ, ການແຂ່ງຂັນຖ່າຍວີດີໂອສັ້ນພາຍໃຕ້ຫົວຂໍ້ການຮ່ວມມືໄມຕີຈິດ ລະຫວ່າງ ຈີນ-ອາຊຽນ, ງານສັບປະດາການອອກອາກາດລາຍການໂທລະພາບ ແລະ ລາຍການວິທະຍຸດີເດັ່ນ ຈີນ-ອາຊຽນ, ກອງປະຊຸມສຸດຍອດການເຜີຍແຜ່ຜ່ານລະບົບສຽງ ຫຼື ການຮັບຊົມ ລະຫວ່າງ ຈີນ-ອາຊຽນ ກໍຄື ງານວາງສະແດງ ແລະ ຊື້ຂາຍຜະລິດຕະພັນຜ່ານລະບົບສຽງ ຫຼື ການຮັບຊົມ (ການປະດິດສ້າງໃໝ່ທາງດ້ານເຕັກໂນໂລຊີ) ເປັນຕົ້ນ.

ການແຂ່ງຂັນຖ່າຍວີດີໂອສັ້ນ ຈີນ-ອາຊຽນ ຄັ້ງນີ້ ໄດ້ຖືເອົາ ການຮ່ວມມືໄມຕີິີຈິດ ລະຫວ່າງ ຈີນ-ອາຊຽນ ເປັນຫົວຂໍ້, ໂດຍມີການເກັບກໍາຜົນງານວີດີໂອສັ້ນຈາກປະເທດຈີນ ແລະ ປະເທດອາຊຽນ ເພື່ອຮ່ວມກັນເລົ່າເລື່ອງການຮ່ວມມືທີ່ເປັນຮູບປະທໍາລະຫວ່າງຈີນກັບບັນດາປະເທດອາຊຽນ, ເລື່ອງການໄປມາຫາສູ່ກັນແບບສັນຖະວະໄມຕີ, ການຜ່ານຜ່າຄວາມຫຍຸ້ງຍາກຮ່ວມກັນ, ການກໍ່ສ້າງປະຊາຄົມຮ່ວມຊາຕາກໍາ ແລະ ອື່ນໆ, ເຊິ່ງຈະມີການສະແດງ ແລະ ການເຜີຍແຜ່ຜົນງານທີ່ດີເດັ່ນຜ່ານເວທີສື່ໃໝ່ທັງພາຍໃນ ແລະ ຕ່າງປະເທດ.