ສະຖານີວຽງຈັນຂອງເສັ້ນທາງລົດໄຟ ລາວ-ຈີນ ໄດ້ສ້າງສໍາເລັດ ແລະ ເປີດຕົວຢ່າງເປັນທາງການ

lmcchina.org, October 17, 2021
Size:

ວັນທີ 6 ຕຸລານີ້, ສະຖານີວຽງຈັນ ທີ່ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟແຫ່ງປະເທດຈີນ ໄດ້ສ້າງສໍາເລັດ ແລະ ເປີດຕົວຢ່າງເປັນທາງການແລ້ວ. ສະຖານີວຽງຈັນ ແມ່ນສະຖານີທີ່ໃຫຍ່ທີ່ສຸດຂອງເສັ້ນທາງລົດໄຟ ລາວ-ຈີນ, ຕັ້ງຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ຕາມການອອກແບບແມ່ນມີຊານສາລາສະຖານີລົດໄຟ 3 ແຫ່ງ ແລະ ມີທາງລົດໄຟ 5 ສາຍ (ລວມທັງສາຍຫຼັກ), ສາມາດສ້າງຊານສາລາສະຖານີລົດໄຟເພີ່ມຕື່ມໄດ້ອີກ 2 ແຫ່ງ ແລະ ທາງລົດໄດ້ອີກ 2 ສາຍ. ເນື້ອທີ່ກໍ່ສ້າງຂອງອາຄານສະຖານີ ແມ່ນ 14543 ຕາແມັດ, ສາມາດບັນຈຸຜູ້ໂດຍສານຫຼາຍທີ່ສຸດໄດ້ເຖິງ 2.500 ຄົນ.

ຕາມການແນະນໍາໃຫ້ຮູ້ວ່າ, ແນວຄິດການອອກແບບຂອງສະຖານີວຽງຈັນ ແມ່ນໄດ້ນໍາເອົາ ວັດທະນະທໍາພື້ນເມືອງຂອງທັງສອງປະເທດ ລາວ-ຈີນ ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ຍົກຕົວຢ່າງເຊັ່ນ: ການກໍ່ສ້າງອາຄານສະຖານີ ແມ່ນໄດ້ລອກແບບຕາມເອກະລັກຂອງສະຖາປັດຕະຍະກໍາບູຮານຈີນໂດຍໄດ້ນໍາເອົາຈຸດພິເສດດ້ານສະພາບແວດລ້ອມຂອງນະຄອນຫຼວງວຽງຈັນ ມາປະສົມປະສານເຂົ້າກັບຫຼັງຄາ ແລະ ປະຕູບູຮານຂອງຈີນ. ນອກຈາກນີ້ແລ້ວ, ທີມງານອອກແບບໂຄງການຍັງໄດ້ນໍາເອົາຈຸດພິເສດຂອງລັກສະນະຕົ້ນໄມ້ເຂດຮ້ອນ ມາອອກແບບການກໍ່ສ້າງເສົາຊາຍຄາຢູ່ດ້ານໜ້າຂອງອາຄານສະຖານີ, ນໍາໃຊ້ສີໄມ້ຈັນ ແລະ ສີດອກຈໍາປາ ເຊິ່ງເປັນດອກໄມ້ປະຈໍາຊາດຂອງລາວ ມາປະດັບປະດາເພດານຂອງຫ້ອງລໍຖ້າລົດໄຟ.

ເສັ້ນທາງລົດໄຟ ລາວ-ຈີນ ແມ່ນໂຄງການທີ່ເຊື່ອມໂຍງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ກັບ ຍຸດທະສາດ ຫັນປະເທດບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດຂອງ ສປປ ລາວ, ເຊິ່ງໂຄງການນີ້ໄດ້ດຳເນີນການກໍ່ສ້າງຕາມມາດຕະຖານການຄຸ້ມຄອງ ແລະ ເຕັກນິກຂອງຈີນ, ຄວາມໄວຕາມການອອກແບບແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນເສັ້ນທາງລົດໄຟຂົນສົ່ງສິນຄ້າ ແລະ ຜູ້ໂດຍສານແບບປະສານກັນທີ່ຂັບເຄື່ອນໂດຍລະບົບໄຟຟ້າ. ໂຄງການນີ້ໄດ້ລົງມືກໍ່ສ້າງຢ່າງເປັນທາງການນັບຕັ້ງແຕ່ ເດືອນທັນວາ ປີ 2016 ແລະ ຄາດຄະເນຈະສໍາເລັດຜົນ ໃນເດືອນທັນວາ ປີ 2021.