ໂຄງການເຂື່ອນໄຟຟ້ານໍ້າຕົກຕາມທົ່ວລ້ອງແມ່ນໍ້າແຫ່ງທຳອິດຢູ່ຕ່າງປະເທດ ທີ່ຮັບການລົງທຶນ ແລະ ພັດທະນາ ໂດຍບໍລິສັດກໍ່ສ້າງໄຟຟ້າແຫ່ງປະເທດຈີນ ໄດ້ເລີ່ມຕົ້ນຜະລິດໄຟຟ້າແລ້ວ

lmcchina.org, October 17, 2021
Size:

ໃນເມື່ອບໍ່ດົນມານີ້, ໂຄງການເຂື່ອນໄຟຟ້ານໍ້າຕົກຕາມລໍາແມ່ນໍ້າອູລາວ ເຊິ່ງເປັນໂຄງການທີ່ວິສາຫະກິດຈີນລົງທຶນກໍ່ສ້າງຢູ່ຕາມທົ່ວລ້ອງແມ່ນໍ້າແຫ່ງທໍາອິດຢູ່ຕ່າງປະເທດ ໂດຍແມ່ນບໍລິສັດກໍ່ສ້າງໄຟຟ້າຈີນ ລົງທຶນ ແລະ ພັດທະນາ ນັ້ນ ໄດ້ເລີ່ມຕົ້ນຜະລິດໄຟຟ້າແລ້ວ.

ນໍ້າອູມີຕົ້ນນໍ້າຈາກເຂດຕິດຈອດກັນລະຫວ່າງເມືອງຈ່ຽງເຊີນ (Jiangcheng) ຈີນ ແລະ ແຂວງຜົ້ງສາລີ ພາກເໜືອຂອງລາວ, ແມ່ນສາຂາແມ່ນໍ້າທີ່ໃຫຍ່ທີ່ສຸດຂອງແມ່ນໍ້າຂອງ ພາຍໃນດິນແດນຂອງປະເທດລາວ, ມີຄວາມຍາວທັງໝົດ 475 ກິໂລແມັດ, ມີຄວາມຍາວການຂຶ້ນລົງປະມານ 430 ແມັດ, ມີດັດຊະນີພະລັງງານແຮງນໍ້າທີ່ດີເດັ່ນ ເຊິ່ງຖືເປັນໜຶ່ງໃນບັນດາແຫຼ່ງຊັບພະຍາກອນພະລັງງານແຮງນໍ້າ ທີ່ລັດຖະບານລາວຊຸກຍູ້ສົ່ງເສີມການພັດທະນາ.

ໂຄງການເຊນໍ້າອູມີກໍາລັງຕິດຕັ້ງທັງໝົດ 1,27 ລ້ານກິໂລວັດ, ກຳລັງຜະລິດໄຟຟ້າສະເລ່ຍຕໍ່ປີ   5,017 ຕື້ກິໂລວັດໂມງ, ຍອດມູນຄ່າການລົງທຶນທັງໝົດ 2,733 ຕື້ໂດລາສະຫະລັດ. ໃນນັ້ນ, ໂຄງການໄລຍະທີໜຶ່ງ (ເຂື່ອນໄຟຟ້າຂັ້ນ 2, 5, 6) ໄດ້ເລີ່ມຜະລິດໄຟຟ້າໃນ ເດືອນເມສາ 2016. ໂຄງການໄລຍະທີສອງ (ເຂື່ອນໄຟຟ້າຂັ້ນ 1, 3, 4, 7) ໄດ້ລົງມືກໍ່ສ້າງໃນປີ 2016 ແລະ ໄດ້ເປີດນໍາໃຊ້ຈັກປັ່ນໄຟ     ໜ່ວຍທໍາອິດເພື່ອຜະລິດໄຟຟ້າ ໃນເດືອນທັນວາ ປີ 2019; ພາຍຫຼັງເຂື່ອນໄຟຟ້ານໍ້າອູ 7 ກໍຄື ເຂື່ອນໄຟຟ້າຂັ້ນສຸດທ້າຍໄດ້ເລີ່ມຕົ້ນຜະລິດໄຟຟ້າແລ້ວ ກໍຖືວ່າໂຄງການດັ່ງກ່າວນີ້ ໄດ້ສໍາເລັດການກໍ່ສ້າງທັງໝົດໃນປີ 2021 ແລະ ເຂື່ອນໄຟຟ້າຕາມລໍານໍ້າໄດ້ເລີ່ມເຂົ້າສູ່ໄລຍະປະສານການດໍາເນີນງານລະຫວ່າງຂັ້ນຕ່າງໆແລ້ວ.

ການເປີດນໍາໃຊ້ ແລະ ເລີ່ມຕົ້ນການຜະລິດໄຟຟ້າຂອງເຂື່ອນໄຟຟ້ານໍ້າຕົກຕາມທົ່ວລໍານໍ້າອູນີ້ ຈະສາມາດຮັບປະກັນການສະໜອງໄຟຟ້າ 10% ຂຶ້ນໄປໃນຂອບເຂດທົ່ວປະເທດລາວ ເພື່ອປະກອບສ່ວນທາງດ້ານພະລັງໄຟຟ້າທີ່ມີຄຸນນະພາບດີ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ເວົ້າສະເພາະ ກໍຄື ການດໍາເນີນງານຂອງເສັ້ນທາງລົດໄຟຈີນ-ລາວ ແລະ ການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ ແລະ ສໍາຄັນອື່ນໆ.