ລາວ​ເປີດ​ເຜີຍການ​ຕັ້ງ​ຊື່ຂະ​ບວນ​ລົດ​ໄຟ 2 ຂະ​ບວນ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວຊຸດ​ທຳ​ອິດ

CRI, October 15, 2021
Size:

      ຫວ່າງມໍ່ໆມານີ້, ລັດຖະບານລາວໄດ້ອອກແຈ້ງການກ່ຽວກັບການຕັ້ງຊື່ຂະບວນລົດໄຟໂດຍສານ 2 ຂະບວນຂອງທາງລົດໄຟຈີນ-ລາວຊຸດທຳອິດ. ຂະບວນທຳອິດຕັ້ງຊື່ວ່າ: “ຂະບວນລ້ານຊ້າງ”, ຂະບວນທີສອງຕັ້ງຊື່ວ່າ “ຂະບວນແຄນລາວ”. “ຂະບວນລ້ານຊ້າງ” ຂະບວນທຳອິດຈະອອກເດີນທາງເຖິງນະຄອນຫຼວງວຽງຈັນຂອງ ສປປ ລາວໃນກາງເດືອນຕຸລານີ້.

      ໜັງສືພິມວຽງຈັນທ້າມສ໌ຂອງລາວໄດ້ເປີດເຜີຍພາບໂດຍສະແດງໃຫ້ເຫັນວ່າ: ການອອກແບບດ້ານນອກຂອງລົດໄຟ “ຂະບວນລ້ານຊ້າງ” ມີຮູບຊົງທີ່ສາມາດຫຼຸດແຮງກະທົບຈາກຄວາມດັນອາກາດແລະຮູບນອກໄດ້ປະສົມປະສານສັນຍາລັກຂອງລາວ, ໃຊ້ “ສີແດງ, ສີຟ້າ ແລະ ສີຂາວ” ທີ່ເປັນສີທຸງຊາດຂອງລາວ, ເປັນເອກະລັກພິເສດຂອງລາວທີ່ສຸດ.

      ຫວ່າງມໍ່ໆມານີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວໄດ້ຢັ້ງຢືນວ່າ: ທາງລົດໄຟຈີນ-ລາວຈະເປີດບໍລິການໃນວັນທີ 2 ທັນວາປີນີ້ຕາມເວລາກຳນົດ. ປັດຈຸບັນ, ລັດຖະບານລາວພວມວາງແຜນການເປີດບໍລິການແລະດຳເນີນງານທີ່ສອດຄ່ອງກັບເງື່ອນໄຂການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນຄວາມປອດໄພຂອງຜູ້ໂດຍສານທີ່ກ່ຽວຂ້ອງ.