ທາງ​ລົດ​ໄຟ​ຈີນ-ລາວ​ສຳ​ເລັດ​ການ​ປູລາງ​, ​ຄາດ​ວ່າ ຈະ​ເປີດ​ບໍ​ລິ​ການ​ພາຍ​ໃນ​ປີ​ນີ້

CRI, October 15, 2021
Size:

ຕອນເຊົ້າວັນທີ 12 ຕຸລານີ້, ຄຽງຄູ່ກັບທ່ອນລາງເຫຼັກຍາວ 500 ແມັດຊຸດສຸດທ້າຍໄດ້ປູໄປເຖິງປາກອຸໂມງມ້ານມູ້ຊູ້ທີ່ກິ່ງແຂວງສິບສອງພັ່ນນາແຂວງຢຸນນານ, ເປັນຂີດໝາຍສະແດງໃຫ້ເຫັນວ່າ, ທາງລົດໄຟຈີນ-ລາວໄດ້ສຳເລັດການປູລາງຮຽບຮ້ອຍແລ້ວ.

ປັດຈຸບັນນີ້, ຖານຮອງລາງລົດໄຟ, ຂົວແລະອຸໂມງຂອງທາງລົດໄຟຈີນ-ລາວໄດ້ສຳເລັດຕະຫຼອດສາຍແລ້ວ, ການກວດກາເພື່ອມອບຮັບໂຄງການພວມດຳເນີນໄປຢ່າງຮອບດ້ານ. ໃນທ້າຍປີນີ້, ທາງລົດໄຟຈີນ-ລາວຕະຫຼອດສາຍຈະເປີດບໍລິການ, ແຕ່ນະຄອນຄຸນໝິງແຂວງຢຸນນານປະເທດຈີນໄປຮອດນະຄອນຫຼວງວຽງຈັນຂອງປະເທດລາວອາດຈະໃຊ້ເວລາໃນການຂົນສົ່ງສິນຄ້າໂດຍກົງລະຫວ່າງກັນພາຍໃນມື້ດຽວ, ສ່ວນນະຄອນພູເອີແລະກິ່ງແຂວງສິບສອງພັ່ນນາແຂວງຢຸນນານປະເທດຈີນ ທີ່ຢູ່ລຽບຕາມທາງລົດໄຟຈີນ-ລາວນັ້ນ, ກໍ່ຈະສິ້ນສຸດປະຫວັດສາດທີ່ບໍ່ມີທາງລົດໄຟ.