ອາຊຽນລະດົມທຶນ 10 ລ້ານໂດລາສະຫະລັດເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ມຽນມາ

CRI, October 14, 2021
Size:

ວັນທີ 9 ຕຸລານີ້, ທ່ານລິມຈົກໂຮຍ, ເລຂາທິການໃຫຍ່ອາຊຽນໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ອາຊຽນໄດ້ລະດົມທຶນ 10.000.000 ໂດລາສະຫະລັດ ເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳຈາກດ້ານທຶນ  ແລະເຄື່ອງອຸປະກອນການປົ່ນປົວແກ່ມຽນມາ, ຄາດວ່າຈະແບ່ງເປັນຫຼາຍງວດມອບໃຫ້ມຽນມາໃນສອງເດືອນຕໍ່ໜ້ານີ້.

ເວັບໄຊ The Scoop ຂອງບຣູໄນລາຍງານວ່າ: ທຶນ ແລະເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳງວດທຳອິດທີ່ມີມູນຄ່າ 1.100.000 ໂດລາໄດ້ຖືກມອບໃຫ້ສະພາກາແດງມຽນມາໃນວັນທີ 15 ກັນຍາທີ່ຜ່ານມາແລ້ວ, ງວດທີສອງຈະຂົນສົ່ງໄປຮອດມຽນມາພາຍໃນເດືອນນີ້, ສ່ວນງວດທີສາມຈະມອບໃຫ້ມຽນມາໃນເດືອນພະຈິກໜ້ານີ້. ຕາມຂ່າວລາຍງານວ່າ: ການຊ່ວຍເຫຼືອດ້ານມະນຸດສະທຳທີ່ມີມູນຄ່າ ທັງໝົດ 10.000.000 ໂດລານີ້ ລວມທັງເງິນສົດ, ເຄື່ອງອຸປະກອນການແພດ, ຢາປິ່ນປົວ ແລະວັກຊີນໂຄວິດ-19.